ມຽນມາຕໍ່ເວລາພາວະສຸກເສີນໃນທົ່ວປະເທດອອກໄປອີກ 6 ເດືອນ

2024-02-01 14:16:48 cri

ວັນທີ 31 ມັງກອນຜ່ານມາ, ໂທລະພາບແຫ່ງຊາດມຽນມາລາຍງານວ່າ, ຄະນະກຳມະການປ້ອງກັນປະເທດແລະຄວາມໝັ້ນຄົງມຽນມາຕົກລົງຕໍ່ເວລາພາວະສຸກເສີນໃນທົ່ວປະເທດອອກໄປອີກ 6 ເດືອນ.


ການລາຍງານຂ່າວແຈ້ງວ່າ, ມື້ດຽວກັນ, ຄະນະກຳມະການປ້ອງກັນປະເທດແລະຄວາມໝັ້ນຄົງມຽນມາໄດ້ຈັດກອງປະຊຸມ ແລະ ເປັນເອກະພາບກັນເຫັນດີວ່າ: ໂດຍອີງຕາມຂໍ້ມາດຕາທີ່ກ່ຽວຂ້ອງຂອງລັດຖະທຳມະນູນ, ເນື່ອງຈາກວ່າສະພາບປະເທດໃນປັດຈຸບັນຍັງຕົກຢູ່ໃນສະພາວະບໍ່ປົກກະຕິ, ພາວະສຸກເສີນທົ່ວປະເທດຍັງຈະຕໍ່ເວລາອອກໄປອີກ 6 ເດືອນ.


ກອງປະຊຸມຍັງໄດ້ເປິກສາຫາລືກ່ຽວກັບການກວາດລ້າງການສໍ້ໂກງທາງໂທລະຄົມແລະອິນເຕີເນັດ, ການຊຸກຍູ້ການພັດທະນາແລະຄວາມກ້າວໜ້າທາງການສຶກສາຂອງປະເທດ ແລະ ດຳເນີນການສຳຫຼວດປະຊາກອນທົ່ວປະເທດເປັນຕົ້ນ.


ເດືອນກຸມພາປີ 2021, ທ່ານມິນສະເວ ປະທານາທິບໍດີຊົ່ວຄາວມຽນມາປະກາດທົ່ວປະເທດເຂົ້າສູ່ພາວະສຸກເສີນເປັນເວລາໜຶ່ງປີ ແລະ ມອບອຳນາດແຫ່ງຊາດໃຫ້ກອງບັນຊາການກອງທັບປ້ອງກັນປະເທດ. ກອງບັນຊາການກອງທັບປ້ອງກັນປະເທດໄດ້ສ້າງຕັ້ງຄະນະກຳມະການການບໍລິຫານງານແຫ່ງຊາດຕາມຫຼັງ, ທ່ານມິນອອງລາຍໄດ້ເປັນປະທານຄະນະກຳມະການດັ່ງກ່າວ. ຕໍ່ມາ, ຄະນະກຳມະການປ້ອງກັນປະເທດແລະຄວາມໝັ້ນຄົງມຽນມາໄດ້ປະກາດຕໍ່ເວລາພາວະສຸກເສີນທົ່ວປະເທດຫຼາຍເທື່ອ.