ການຮ່ວມມືຈີນ-ລາວເພີ່ມທະວີຄວາມໜຽວແໜ້ນໃຫ້ແກ່ການພັດທະນາເສດຖະກິດຂອງລາວມາໂດຍຕະຫຼອດ

2024-02-01 16:17:13 cri

ໃນກອງປະຊຸມວຽກງານການທະນາຄານທົ່ວປະເທດລາວ ທີ່ຈັດຂຶ້ນໃນຫວ່າງມໍ່ໆມານີ້, ທ່ານທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວກ່າວວ່າ: ລາວຈະອອກນະໂຍບາຍຫຼາຍຢ່າງ ແລະ ສ້າງຮູບບບການພັດທະນາເສດຖະກິດທີ່ສອດຄ່ອງກັບສະພາບຕົວຈິງຂອງປະເທດລາວ ເພື່ອເພີ່ມຄວາມໜຽວແໜ້ນໃຫ້ແກ່ການພັດທະນາເສດຖະກິດ. ໃນຊຸມປີຜ່ານມາ, ລາວໄດ້ຕັ້ງໜ້າຊຸກຍູ້ການພັດທະນາເສດຖະກິດ, ສ່ວນການຮ່ວມມືຈີນ-ລາວ ກໍໄດ້ຊ່ວຍຊຸກຍູ້ການພັດທະນາເສດຖະກິດລາວໃນລະດັບໃດໜຶ່ງ.


ປີ 2024, ວຽກງານສຳຄັນຢ່າງໜຶ່ງຂອງລັດຖະບານລາວແມ່ນພັດທະນາການທ່ອງທ່ຽວເພື່ອຊຸກຍູ້ການພັດທະນາຂອງເສດຖະກິດ. ທ້າຍປີກາຍນີ້, ລາວໄດ້ເລີ່ມດຳເນີນກິດຈະກຳ “ປີທ່ອງທ່ຽວລາວ 2024”, ລັດຖະບານລາວຈະຈັດກິດຈະກຳຕ່າງໆເພື່ອເຜີຍແຜ່ການທ່ອງທ່ຽວ ແລະ ວາງເປົ້າໝາຍຈະດຶງດູດນັກທ່ອງທ່ຽວໃຫ້ໄດ້ 4,6 ລ້ານເທື່ອຄົນ, ສ້າງລາຍຮັບດ້ານການທ່ອງທ່ຽວໃຫ້ໄດ້ 712 ລ້ານໂດລາໃນປີນີ້. ໃນຖານະເປັນປະເທດປະທານໝູນວຽນຂອງອາຊຽນໃນປີນີ້, ລາວຍັງຈະເປັນເຈົ້າພາບຈັດກອງປະຊຸມພາກພື້ນຫຼາຍເທື່ອ. ລັດຖະບານລາວຄາດຄະເນວ່າ, ພາຍໃຕ້ການກະຕຸກຊຸກຍູ້ຈາກປັດໄຈທີ່ດີເຫຼົ່ານີ້, ມູນຄ່າຜົນຜະລິດຈາກໃນຂະແໜງການທ່ອງທ່ຽວຂອງປະເທດຕົນຈະເພີ່ມຂຶ້ນ 5% ໃນປີນີ້. ໂດຍສະເພາະແມ່ນນັບແຕ່ການເປີດຂະບວນລົດໄຟໂດຍສານສາກົນຕາມທາງລົດໄຟຈີນ-ລາວເປັນຕົ້ນມາ, ນັກທ່ອງທ່ຽວຈີນຂີ່ລົດໄຟສາຍນີ້ໄປທ່ຽວປະເທດລາວນັບມື້ນັບຫຼາຍຂຶ້ນ. ຕາມສະຖິຕິຂອງຝ່າຍລາວ, 9 ເດືອນຕົ້ນປີ 2023, ປະເທດລາວໄດ້ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ 2,49 ລ້ານເທື່ອຄົນ, ໄດ້ເພີ່ມຂຶ້ນ 285% ເມື່ອທຽບໃສ່ປີ 2022. ໃນນັ້ນ, ນັກທ່ອງທ່ຽວຈີນໄດ້ກວມປະມານ 20%. ຈາກນີ້ເຫັນໄດ້ວ່າ, ຈີນແມ່ນໜຶ່ງໃນແຫຼ່ງນັກທ່ອງທ່ຽວທີ່ສຳຄັນຂອງປະເທດລາວ.

ໃນຖານະເປັນປະເທດທີ່ບໍ່ມີທາງອອກສູ່ທະເລ, ການພະຍາຍາມສ້າງພື້ນຖານໂຄງລ່າງດ້ານຄົມມະນາຄົມ ແມ່ນໜຶ່ງໃນມາດຕະການສຳຄັນສຳລັບການພັດທະນາຂອງປະເທດລາວ. ໃນດ້ານການກໍ່ສ້າງພື້ນຖານໂຄງລ່າງ, ລັດຖະບານລາວສືບຕໍ່ເສີມຂະຫຍາຍບົດບາດສຳຄັນຂອງທາງລົດໄຟຈີນ-ລາວ ແລະ ເລັ່ງການກໍ່ສ້າງໂຄງການທາງຫຼວງ ແລະ ສະໜາມບິນ. ຕົວເລກຂໍ້ມູນຈາກບໍລິສັດທາງລົດໄຟລາວ-ຈີນສະແດງໃຫ້ເຫັນວ່າ, ນັບມາຮອດວັນທີ 28 ມັງກອນປີ 2024, ທາງລົດໄຟຈີນ-ລາວຕອນພາຍໃນປະເທດລາວໄດ້ຂົນສົ່ງສິນຄ້າທັງໝົດ 6.773.700 ກວ່າໂຕນ, ໃນນັ້ນ, ໄດ້ຂົນສົ່ງສິນຄ້າຂ້າມຊາດ 6.723.100 ໂຕນ, ສິນຄ້າໄດ້ເພີ່ມຂຶ້ນເປັນ 2.700 ກວ່າຊະນິດ, ບົດບາດທີ່ເປັນເສັ້ນທາງຄຳດ້ານການຂົນສົ່ງນັບມື້ນັບສູງຂຶ້ນ. ເສດຖະກິດລາວຖືເອົາຂະແໜງການກະສິກຳເປັນຕົ້ນຕໍ, ການເປີດນຳໃຊ້ທາງລົດໄຟຈີນ-ລາວ, ໄດ້ສ້າງວິທີຂົນສົ່ງ ແລະ ສະສົມສິນຄ້າທີ່ມີປະສິດທິພາບສູງກວ່າເກົ່າໃຫ້ແກ່ປະເທດລາວ ເຊິ່ງໄດ້ອຳນວຄວາມສະດວກໃຫ້ແກ່ຜະລິດຕະພັນກະສິກຳທີ່ມີຄຸນນະພາບດີຂອງປະເທດລາວເຂົ້າສູ່ຕະຫຼາດ. ໃນຂະນະດຽວກັນ, ກໍໄດ້ສ້າງໂອກາດພັດທະນາຫຼາຍກວ່າເກົ່າໃຫ້ແກ່ຂະແໜງການກະສິກຳຂອງປະເທດລາວ ໃນດ້ານເຕັກນິກ, ການລົງທຶນ, ການປະກອບອາຊີບ ແລະ ການພັດທະນາແບບຍືນຍົງເປັນຕົ້ນ ເຊິ່ງໄດ້ຊຸກຍູ້ການຫັນປ່ຽນຮູບແບບ ແລະ ການພັດທະນາຂອງກະສິກຳລາວຢ່າງບັງເກີດຜົນ.

ນອກນີ້, ລັດຖະບານລາວຍັງໄດ້ຕັ້ງໜ້າເພີ່ມທະວີການຮ່ວມມືດ້ານເສດຖະກິດກັບປະເທດອື່ນໆໃນພາກພື້ນ ເຊິ່ງລວມທັງປະເທດຈີນ. ລາວໄດ້ວາງແຜນຍຸດທະສາດດ້ານການພັດທະນາ ທີ່ເຊື່ອມຕໍ່ກັບອະນຸພາກພືື້ນ ແລະ ພາກພື້ນ, ໄດ້ເຂົ້າຮ່ວມການຮ່ວມມືໃນອະນຸພາກພື້ນແມ່ນ້ຳຂອງ ແລະ ການຮ່ວມມືໃນພາກພື້ນອາຊຽນ, ຕັ້ງໜ້າເຊື່ອມຕໍ່ກັບຂໍ້ລິເລີ່ມການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”. ຈີນເປັນປະເທດແຫຼ່ງທຶນທີ່ໃຫຍ່ທີ່ສຸດ, ປະເທດທີ່ເປັນຈຸດໝາຍປາຍທາງການສົ່ງອອກໃຫຍ່ທີ່ສຸດ ແລະ ຄູ່ການຄ້າໃຫຍ່ອັນດັບສອງສຳລັບປະເທດລາວ, ຜະລິດຕະພັນກະສິກຳຂອງປະເທດລາວມີປະມານ 80% ສົ່ງອອກຂາຍໃຫ້ຈີນ. ລາວເອົາໃຈໃສ່ຢ່າງສູງໃນການເພີ່ມທະວີການຮ່ວມມືດ້ານເສດຖະກິດກັບຈີນ. ໃນຊຸມປີຜ່ານມາ, ວິສາຫະກິດສອງປະເທດຈີນແລະລາວໄດ້ເປີດກວ້າງການຄ້າຂາເຂົ້າ-ຂາອອກໂດຍຜ່ານທຸລະກິດເອເລັກໂຕຣນິກຂ້າມຊາດ, ສະຖາບັນການເງິນຂອງຈີນໄດ້ໃຫ້ເງິນກູ້ດອກເບ້ຍຕ່ຳແກ່ລາວ ເພື່ອຊ່ວຍປະເທດລາວມີການພັດທະນາຢ່າງກ້າວກະໂດດຂັ້ນໃນຂົງເຂດພະລັງງານໄຟຟ້າ, ຂົວທາງ, ວິທະຍາສາດເຕັກໂນໂລຊີ ແລະ ຂົງເຂດອື່ນໆ. ໂຄງການຊ່ວຍເຫຼືອລາວຕ່າງໆ ເຊັ່ນ: ບ້ານຈັດສັນໃນການສ້າງທາງລົດໄຟຈີນ-ລາວ, ໂຮງໝໍມະໂຫສົດເປັນຕົ້ນ ໄດ້ຮັບການຈັດຕັ້ງປະຕິບັດຢ່າງສຳເລັດຜົນ ເຊິ່ງໄດ້ຍົກຄວາມສາມາດຂອງລັດຖະບານລາວໃນຂົງເຂດການພັດທະນາຊີວິດການເປັນຢູ່ຂອງປະຊາຊົນ, ສາທາລະນະສຸກ, ການສຶກສາ, ການຫຼຸດຜ່ອນຄວາມທຸກຍາກ ແລະອື່ນໆ ແລະ ໄດ້ຮັບການຕີລາຄາຢ່າງຕັ້ງໜ້າຈາກວົງການຕ່າງໆໃນສັງຄົມລາວ.

ທະນາຄານພັດທະນາອາຊີຄາດຄະເນວ່າ, ປີ 2024, ເສດຖະກິດລາວມີອະນາຄົດທີ່ໜັກແໜ້ນ, ຈັງຫວະການເຕີບໂຕດ້ານເສດຖະກິດຈະຮັກສາຢູ່ໃນລະດັບປະມານ 4%. ຫວ່າງກ່ອນນີ້ບໍ່ດົນ, ທ່ານທອງລຸນ ສີສຸລິດກໍກ່າວວ່າ: ຝ່າຍລາວເອົາໃຈໃສ່ຢ່າງສູງຕໍ່ການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ, ຈະສືບຕໍ່ຊຸກຍູ້ການຮ່ວມມືຕົວຈິງໃນຂົງເຂດເສດຖະກິດການຄ້າ, ວັດທະນະທຳ, ທ່ອງທ່ຽວ ແລະ ຂົງເຂດອື່ນໆລະຫວ່າງສອງປະເທດ. ເຊື່ອວ່າ, ພາຍໃຕ້ຄວາມພະຍາຍາມຂອງປະເທດລາວ ແລະ ການຊ່ວຍຊູຍູ້ໜູນຈາກການຮ່ວມມືລະຫວ່າງຈີນ-ລາວ, ການພັດທະນາເສດຖະກິດລາວໃນປີ 2024 ຈະມີອະນາຄົດທີ່ສົດໃສກວ່າເກົ່າ.