ການເຈລະຈາຮອບທີ 5 ກ່ຽວກັບເຂດການຄ້າເສລີຈີນ-ອາຊຽນ 3.0 ຈັດຂຶ້ນຢູ່ນະຄອນຫາງໂຈ່ວ ສປ ຈີນ

2024-02-01 14:15:28 cri

ວັນທີ 31 ມັງກອນຜ່ານມາ, ພິທີເປີດການເຈລະຈາຮອບທີ 5 ກ່ຽວກັບເຂດການຄ້າເສລີຈີນ-ອາຊຽນ 3.0 ໄດ້ຈັດຂຶ້ນຢູ່ນະຄອນຫາງໂຈ່ວແຂວງເຈີ້ຈ່ຽງ ສປ ຈີນ.


ທ່ານວາງໂຊ້ເວີນ ຜູ້ຕາງໜ້າການເຈລະຈາການຄ້າສາກົນ  ທັງເປັນຮອງລັດຖະມົນຕີກະຊວງການຄ້າຈີນໄດ້ເຂົ້າຮ່ວມພິທີເປີດການເຈລະຈາແລະກ່າວຄຳປາໄສ ໂດຍກ່າວວ່າ: ຈີນຍິນດີພະຍາຍາມຮ່ວມກັບບັນດາຝ່າຍໃນອາຊຽນ ເພື່ອສຳເລັດການເຈລະຈາໂດຍໄວ ເພື່ອຍົກລະດັບຄວາມເສລີດ້ານການຄ້າແລະການລົງທຶນ, ເປີດກວ້າງການຮ່ວມມືຕົວຈິງ ໃນຂົງເຂດທີ່ຈະເລີນໃໝ່ຕ່າງໆ ເຊັ່ນ: ການຄ້າຜະລິດຕະພັນກ່ອນສຳເລັດຮູບ, ການຄ້າດີຈີຕອນ, ທຸລະກິດເອກເລັກໂຕຣນິກຂ້າມຊາດ, ມາດຕະຖານ, ສີຂຽວ ແລະ ກາກບອນຕ່ຳເປັນຕົ້ນ, ສ້າງເຂດການຄ້າເສລີຈີນ-ອາຊຽນທີ່ມີລະດັບສູງກວ່າເກົ່າ, ສ້າງພື້ນທີ່ກວ້າງຂວາງກວ່າເກົ່າໃຫ້ແກ່ການພັດທະນາພາກພື້ນ ແລະ ຕັ້ງໜ້າສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຊຽນໃຫ້ແໜ້ນແຟ້ນກວ່າເກົ່າ ບົນພື້ນຖານ “ສັນຍາການຄ້າເສລີຈີນ-ອາຊຽນ” ແລະ “ສັນຍາວ່າດ້ວຍການພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ ຫຼື RCEP” ທີ່ມີຢູ່ໃນປັດຈຸບັນ.


ການເຈລະຈາຮອບທີ 5 ກ່ຽວກັບເຂດການຄ້າເສລີຈີນ-ອາຊຽນ 3.0 ຈັດຂຶ້ນຢູ່ນະຄອນຫາງໂຈ່ວ ລະຫວ່າງວັນທີ 29 ມັງກອນຜ່ານມາຫາວັນທີ 2 ກຸມພານີ້ ໂດຍມີເຈົ້າໜ້າທີ່ຈີນ, 10 ປະເທດອາຊຽນ ແລະ ກອງເລຂາອາຊຽນເກືອບ 400 ທ່ານ ເຂົ້າຮ່ວມ.