ອີຣັກກ່າວປະນາມອາເມຣິກາລ່ວງລໍ້າອະທິປະໄຕຂອງຕົນ

2024-02-03 11:36:41 cri

ອີຣັກກ່າວປະນາມອາເມຣິກາລ່ວງລໍ້າອະທິປະໄຕຂອງຕົນ

ອີງຕາມສໍານັກຂ່າວຣອຍເຕີຂອງອັງກິດ ແລະ ສໍານັກຂ່າວອາເອັຟເປຂອງຝຣັ່ງລາຍງານວ່າ: ວັນທີ 2 ກຸມພານີ້, ທ່ານຈອນ ເກີບີ ໂຄສົກຄະນະກໍາມະການຄວາມໝັ້ນຄົງແຫ່ງຊາດທໍານຽບຂາວອາເມຣິກາກ່າວວ່າ: ກ່ອນອາເມຣິກາໂຈມຕີທາງອາກາດຕໍ່ເປົ້າໝາຍຢູ່ໃນອີຣັກ ໄດ້ແຈ້ງໃຫ້ລັດຖະບານອີຣັກຮັບຮູ້ລ່ວງໜ້າແລ້ວ. ການເຄື່ອນໄຫວທາງການທະຫານຂອງອາເມຣິກາຈະສືບຕໍ່ດໍາເນີນໃນອີກຫຼາຍມື້ຕໍ່ໄປ.

ກ່ອນໜ້ານີ້, ກອງທັບອີຣັກໄດ້ອອກຖະແຫຼງການ ໂດຍກ່າວປະນາມກອງທັບອາເມຣິກາໂຈມຕີທາງອາກາດຕໍ່ເປົ້າໝາຍໃນແດນປະເທດຕົນ ເຊິ່ງເປັນການລ່ວງລໍ້າອະທິປະໄຕຂອງອີຣັກ.

ຕອນບ່າຍວັນທີ 2 ກຸມພານີ້ຕາມເວລາພາກຕາເວັນອອກຂອງອາເມຣິກາ, ກອງທັບອາເມຣິກາໄດ້ໂຈມຕີທາງອາກາດຕໍ່ເປົ້າໝາຍກໍາລັງປະກອບອາວຸດຢູ່ໃນຊີຣີ ແລະ ອີຣັກທີ່ສະໜັບສະໜູນໂດຍອີຣານ.