ອາເມຣິກາແລະອັງກິດໂຈມຕີທາງອາກາດຕໍ່ນະຄອນຫຼວງຊານາຂອງເຢແມນ

2024-02-04 12:25:33 cri



ອີງຕາມໂທລະພາບອັນມາຊີຣາ(Al Masirah)ທີ່ຄວບຄຸມໂດຍກຸ່ມປະກອບອາວຸດຮູທິ ປະເທດເຢແມນລາຍງານໃນວັນທີ3ກຸມພານີ້ວ່າ: ໃນຄືນມື້ດຽວກັນ, ອາເມຣິກາແລະອັງກິດໄດ້ໂຈມຕີທາງອາກາດຕໍ່ເປົ້າໝາຍຂອງກຸ່ມປະກອບອາວຸດຮູທິຢູ່ນະຄອນຫຼວງຊານາພ້ອມດ້ວຍແຂວງອື່ນໆຂອງເຢແມນ.

ຕາມຂ່າວແຈ້ງໃຫ້ຮູ້ວ່າ: ເປົ້າໝາຍສອງແຫ່ງຢູ່ພາກໃຕ້ນະຄອນຫຼວງຊານາໄດ້ຖືກໂຈມຕີທາງອາກາດ. ຕອນກາງຄືນມື້ດຽວກັນ, ຊາວເມືອງທັງຫຼາຍໄດ້ເຫັນຍົນສູ້ຮົບຫຼາຍລຳບິນຜ່ານນ່ານຟ້ານະຄອນຫວງຊານາ. ມື້ດຽວກັນນັ້ນ, ເຂດແຄວ້ນຫຼາຍແຫ່ງທີ່ຖືກກຸ່ມປະກອບອາວຸດຮູທິຄວບຄຸມນັ້ນກໍຖືກໂຈມຕີທາງອາກາດເຊັ່ນດຽວກັນ.

ສື່ມວນຊົນຫຼາຍແຫ່ງຂອງອາເມຣິກາໄດ້ລາຍງານໃນວັນທີ3ກຸມພານີ້ວ່າ: ມື້ດຽວກັນ, ອາເມຣິກາແລະອັງກິດໄດ້ປະຕິບັດການໂຈມຕີເປົ້າໝາຍ30ກວ່າແຫ່ງຢູ່ສະຖານທີ່ທີ່ຖືກກຸ່ມປະກອບອາວຸດຮູທິຄວບຄຸມນັ້ນຢ່າງໜ້ອຍ10ຈຸດ.