ມີຊາວເນັດທົ່ວໂລກຫຼາຍກວ່າ 90% ກ່າວຕຳໜິຄວາມຈອງຫອງ ແລະ ຄວາມໄຮ້ດຽງສາຂອງນັກການເມືອງອາເມຣິກາ

2024-02-04 11:39:05 cri

ໃນງານຟັງຄຳໃຫ້ການທີ່ຈັດຂຶ້ນຢູ່ນະຄອນຫຼວງວໍຊິງຕັນຂອງອາເມຣິກາໃນວັນທີ 31 ມັງກອນຜ່ານມານີ້, ທ່ານທອມ ໂກຕັນ ສະມາຊິກຄະນະກຳມາທິການຕຸລາການສະພາສູງອາເມຣິກາໄດ້ “ສອບຖາມ” ທ່ານໂຊຈືໂຈ່ວ CEO ຂອງບໍລິສັດ TikTok ແບບໄຮ້ດຽງສາຫຼາຍເທື່ອວ່າ, ທ່ານໂຊຈືໂຈ່ວມີສັນຊາດຈີນຫືບໍ່, ທ່ານໂຊຈືໂຈ່ວເຄີຍເປັນສະມາຊິກພັກກອມມູນິດຈີນຫຼືບໍ່ ເຫຼົ່ານີ້ເປັນຕົ້ນ. ການກະທຳແບບໄຮ້ດຽງສາດັ່ງກ່າວຂອງສະມາຊິກສະພາສູງອາເມຣິກາ ກໍໄດ້ກາຍເປັນຫົວຂໍ້ເດັ່ນທາງອິນເຕີເນັດ. ຕົວເລກຂໍ້ມູນສອບຖາມສະບັບໜຶ່ງທີ່ໂທລະພາບສາກົນຈີນ ຫຼື CGTN ສະແດງໃຫ້ເຫັນວ່າ: ມີຊາວເນັດທົ່ວໂລກ 90,7% ເຫັນວ່າ, ການຕັ້ງຄຳຖາມຂອງສະມາຊິກສະພາສູງອາເມຣິກາຈຳນວນໜຶ່ງ ໄດ້ສ່ອງແສງໃຫ້ເຫັນເຖິງເຂົາບໍ່ຮູ້ຫຍັງຕໍ່ຈີນ, ໄດ້ເຕັມໄປດ້ວຍຄວາມຈອງຫອງ ແລະ ຄວາມເຫັນລຳອຽງ, ໃນທີ່ສຸດ, ມີແຕ່ຈະທຳລາຍການພົວພັນຈີນ-ອາເມຣິກາເທົ່ານັ້ນ.