ກິດຈະກຳເລີ່ມຕົ້ນງານລາຕີສະຫຼອງບຸນກຸດຈີນຂອງ CMG ຈັດຂຶ້ນຢູ່ ສປປ ລາວ

2024-02-05 17:48:55 cri


ວັນທີ 1 ກຸມພານີ້, ກິດຈະກຳຕ່າງໆພາຍໃຕ້ຫົວຂໍ້ “ເລີ່ມຕົ້ນງານລາຕີ ສະຫຼອງບຸນກຸດຈີນ ທົ່ວໂລກຊົມງານລາຕີສະຫຼອງບຸນກຸດຈີນ” ຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ຈັດຂຶ້ນຢູ່ ສປປ ລາວຢ່າງມີຊີວິດຊີວາ ເຊິ່ງໄດ້ນຳພາປະຊາຊົນລາວແລະນັກທ່ອງທ່ຽວທີ່ມາຈາກແຫ່ງຕ່າງໆຂອງໂລກສຳຜັດກັບບຸນກຸດຈີນຢ່າງມ່ວນຊື່ນ.

ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວໄດ້ຕີລາຄາຢ່າງສູງຕໍ່ CMG ທີ່ໄດ້ຈັດກິດຈະກຳຕ່າງໆເພື່ອຊຸກຍູ້ການເຊື່ອມສານຈິດໃຈລະຫວ່າງປະຊາຊົນສອງຊາດລາວ-ຈີນ. ທ່ານສອນໄຊ ສີພັນດອນກ່າວວ່າ: ກິດຈະກຳສະເຫຼີມສະຫຼອງບຸນກຸດຈີນຕ່າງໆໄດ້ເພີ່ມສີສັນແລະຄວາມມ່ວນຊື່ນໃຫ້ແກ່ຕົວເມືອງລາວ, ເຮັດໃຫ້ຂະແໜງການທ່ອງທ່ຽວຂອງລາວມີການພັດທະນາຢ່າງມີຊີວິດຊີວາຂຶ້ນຕື່ມ. ການແລກປ່ຽນດ້ານວັດທະນະທຳແບບນີ້ຈະເຮັດໃຫ້ປະຊາຊົນລາວຮັບຮູ້ວັດທະນະທຳແລະສິລະປະຈີນຫຼາຍຂຶ້ນຕື່ມອີກ.



ຊາວໜຸ່ມນັກຮຽນ-ນັກສຶກສາແລະນັກສະແດງລາວໄດ້ສະແດງການເຊີດສິງໂຕແລະເຊີດມັງກອນຕາມປະເພນີຈີນພ້ອມດ້ວຍການຟ້ອນພື້ນເມືອງຂອງສອງປະເທດໃນກິດຈະກຳ, ໄດ້ດຶງດູດນັກທ່ອງທ່ຽວຈາກແຫ່ງຕ່າງໆຂອງໂລກເຂົ້າມາຊົມກິດຈະກຳຄັ້ງນີ້.