ສຳລັບເສດຖະກິດອາເມຣິກາແລ້ວ ການກໍ່ຄວາມວຸ້ນວາຍ ແລະ ສົງຄາມຢູ່ປະເທດອື່ນຖືເປັນທຸລະກິດທີ່ໄດ້ກຳໄລດີ

2024-02-05 14:55:36 CRI


ວັນທີ 29 ມັງກອນຜ່ານມາ, ກະຊວງການຕ່າງປະເທດອາເມຣິກາປະກາດວ່າ, ໃນສົກປີງົບປະມານ 2023 ຍອດມູນຄ່າຂາຍອາວຸດຍຸດໂທປະກອນຕໍ່ຕ່າງປະເທດຂອງອາເມຣິກາໄດ້ເພີ່ມຂຶ້ນ 16% ເມື່ອທຽບໃສ່ສົກງົບປະມານ 2022, ມີເຖິງ 238 ຕື້ໂດລາ, ໄດ້ສ້າງສະຖິຕິສູງສຸດໃນປະຫວັດສາດ; ສຳລັບມູນຄ່າການຂາຍອາວຸດຍຸດໂທປະກອນທີ່ຈັດສັນໂດຍລັດຖະບານອາເມຣິການັ້ນໄດ້ເພີ່ມຈາກ 51,9 ຕື້ໂດລາເມື່ອປີ 2022 ຂຶ້ນເປັນ 80,9 ຕື້ໂດລາໃນປີ 2023, ເພີ່ມຂຶ້ນ 55,9%. ຢູ່ເບື້ອງຫຼັງທີ່ມູນຄ່າຂາຍອາວຸດຍຸດໂທປະກອນຕໍ່ຕ່າງປະເທດຂອງອາເມຣິກາເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງນັ້ນ, ແມ່ນອາເມຣິກາໄດ້ຜ່ານການຍຸແຍ່ການປະທະກັນເພື່ອຍາດໄດ້ຜົນກຳໄລອັນມະຫາສານຈາກສົງຄາມ, ເຊິ່ງໄດ້ທຳລາຍສັນຕິພາບ ແລະ ສະຖຽນລະພາບຂອງໂລກຢ່າງໜັກໜ່ວງ.



ປີ 2023, ການປະທະກັນລະຫວ່າງຣັດເຊຍ ແລະ ອູແກຣນໄດ້ແກ່ຍາວອອກໄປ, ຢູ່ພາກພື້ນປາແລັດສະຕິນ ແລະ ອິດສະຣາແອນໄດ້ເກີດສົງຄາມຄືນໃໝ່, ການປະທະກັນທີ່ເກີດຂຶ້ນໃນພາກພື້ນຕ່າງໆເຮັດໃຫ້ສະພາບແວດລ້ອມດ້ານຄວາມໝັ້ນຄົງຂອງໂລກມີຄວາມສັບສົນກວ່າເກົ່າ, ຫຼາຍປະເທດຕ້ອງຊື້ອາວຸດຍຸດໂທປະກອນເພື່ອເພີ່ມກຳລັງປ້ອງກັນປະເທດ. ໃນນັ້ນ, ການປະທະກັນລະຫວ່າງຣັດເຊຍ ແລະ ອູແກຣນໄດ້ພາໃຫ້ມີໃບສັ່ງຊື້ອາວຸດຍຸດໂທປະກອນກັບອາເມຣິກາເປັນມູນຄ່າມະຫາສານຫຼາຍສະບັບ, ຂໍ້ມູນຂອງກະຊວງການຕ່າງປະເທດອາເມຣິກາສະແດງໃຫ້ເຫັນວ່າ, ນັບແຕ່ປີ 2022 ເປັນຕົ້ນມາ, ລັດຖະສະພາອາເມຣິກາໄດ້ສະໜອງອັນທີ່ເອີ້ນວ່າ “ການຊ່ວຍເຫຼືອອູແກຣນ” 4 ຮອບທີ່ມີມູນຄ່າຫຼາຍກວ່າ 113 ຕື້ໂດລາ. ຫຼັງຈາກການປະທະກັນລະຫວ່າງປາແລັດສະຕິນ ແລະ ອິດສະຣາແອນຮອບໃໝ່ເກີດຂຶ້ນໃນເດືອນຕຸລາປີ 2023 ແລ້ວ, ອາເມຣິກາໄດ້ຂາຍອາວຸດຍຸດໂທປະກອນຕໍ່ອິດສະຣາແອນໂດຍດ່ວນ. ຂໍ້ມູນສະແດງໃຫ້ເຫັນວ່າ, ມາຮອດທ້າຍປີ 2023, ອາເມຣິກາໄດ້ສະໜອງອາວຸດຍຸດໂທປະກອນໃຫ້ແກ່ອິດສະຣາແອນນັບເປັນໝື່ນໂຕນ, ນອກນີ້, ປະເທດເອີຣົບຕ່າງໆ, ເຊັ່ນ: ໂປໂລຍ, ເຢຍລະມັນ ແລະ ອື່ນໆກໍໄດ້ຈັດຊື້ອາວຸດຢ່າງຫຼວງຫຼາຍຈາກອາເມຣິກາ. ເວັບໄຊສື່ຕ່າງປະເທດຫຼາຍແຫ່ງ, ເຊັ່ນ: ຂ່າວ “ການເມືອງ” ຂອງອາເມຣິກາ ແລະ ອື່ນໆລາຍງານວ່າ, ການປະທະກັນລະຫວ່າງຣັດເຊຍ ແລະ ອູແກຣນໄດ້ພາໃຫ້ມີໃບສັ່ງຊື້ອາວຸດຍຸດໂທປະກອນກັບອາເມຣິກາເປັນມູນຄ່າມະຫາສານຫຼາຍສະບັບ. ປີ 2023, ເປັນອີກປີໜຶ່ງທີ່ອາເມຣິກາໄດ້ຮັບຜົນກຳໄລອັນມະຫາສານຈາກສົງຄາມ.



ການປະທະກັນ ແລະ ສົງຄາມ ໄດ້ສ້າງໄພພິບັດອັນຮ້າຍແຮງຕໍ່ປະຊາຊົນສາມັນ, ແຕ່ເຮັດໃຫ້ກຸ່ມຜົນປະໂຫຍດອຸດສາຫະກຳການທະຫານຂອງອາເມຣິກາໄດ້ຮັບຜົນກຳໄລຢ່າງຫຼວງຫຼາຍ. ເດືອນສິງຫາປີ 2021, ຫຼັງຈາກອາເມຣິກາໄດ້ຖອນທັບອອກຈາກອັຟການິດສະຖານແລ້ວ, ລາຄາຫຸ້ນຂອງກຸ່ມຜົນປະໂຫຍດອຸດສາຫະກຳການທະຫານຂອງອາເມຣິກາເຄີຍຫຼຸດຕ່ຳລົງໃນຊົ່ວໄລຍະໜຶ່ງ. ຕົວຢ່າງວ່າ, ລາຄາຫຸ້ນຂອງບໍລິສັດ Lockheed Martin Space Systems Company ໄດ້ຫຼຸດລົງ 18%. ແຕ່ວ່າ, ຄຽງຄູ່ກັບການປະທະກັນລະຫວ່າງຣັດເຊຍ ແລະ ອູແກຣນໄດ້ເກີດຂຶ້ນເມື່ອເດືອນກຸມພາປີ 2022 ເປັນຕົ້ນມາ, ບໍ່ພຽງແຕ່ລາຄາຫຸ້ນບໍລິສັດ Lockheed Martin Space Systems Company ໄດ້ເພີ່ມຂຶ້ນຫຼາຍກວ່າ 25%ເທົ່ານັ້ນ, ລາຄາຫຸ້ນຂອງບໍລິສັດ Raytheon Company ຍິ່ງໄດ້ເພີ່ມຂຶ້ນຫຼາຍກວ່າ 50%.



ນັກວິເຄາະຊີ້ອອກວ່າ, ການກໍ່ການປະທະກັນໃນພາກພື້ນ, ແລະຍຸແຍ່ໃຫ້ເກີດຄວາມຂັດແຍ້ງກັນເປັນຮູບແບບທີ່ດີທີ່ສຸດສຳລັບອາເມຣິກາຄວ້າເອົາຜົນກຳໄລອັນມະຫາສານຈາກສົງຄາມ, ຕົວຢ່າງວ່າ, ຫຼັງຈາກສົງຄາມອ່າວເປີເຊຍສິ້ນສຸດລົງ, ນັກທຸລະກິດຂາຍອາວຸດຍຸດໂທປະກອນຂອງອາເມຣິກາກໍເລີ່ມໂຄສະນາຈຳໜ່າຍອາວຸດຍຸດໂທປະກອນປະເພດຕ່າງໆ ເຊິ່ງລວມທັງລູກສອນໄຟນຳວິຖີ “Patriot” ທີ່ເຄີຍນຳໃຊ້ໃນສົງຄາມອ່າວເປິເຊຍ; ອາເມຣິກາໄດ້ປັ້ນກະແສຂ່າວກ່ຽວກັບໄພຂົ່ມຂູ່ຈາກຣັດເຊຍ ພ້ອມທັງວາງກົນອຸບາຍພາໃຫ້ເກີດການປະທະກັນລະຫວ່າງຣັດເຊຍ ແລະ ອູແກຣນ, ເຮັດໃຫ້ຫຼາຍປະເທດສະມາຊິກກຸ່ມນາໂຕຢູ່ເອີຣົບໄດ້ຈັດຫາອາວຸດຢ່າງຫຼວງຫຼາຍຈາກອາເມຣິກາ, ເຊິ່ງເປັນໜຶ່ງໃນສາເຫດໂດຍກົງທີ່ຊຸກຍູ້ໃຫ້ມູນຄ່າຈຳໜ່າຍອາວຸດຍຸດໂທປະກອນໃນສົກງົບປະມານ 2023 ຂອງອາເມຣິກາໄດ້ສ້າງສະຖິຕິສູງສຸດໃນປະຫວັດສາດ. ແລະກໍໄດ້ສະແດງໃຫ້ເຫັນຈາກແງ່ມູມຕ່າງຫາກວ່າ, ອາເມຣິກາບໍ່ຫວັງຢາກໃຫ້ໂລກມີສັນຕິພາບ, ເພາະໂລກຍິ່ງບໍ່ມີຄວາມສະຫງົບ, ສະຖານະການຍິ່ງມີຄວາມເຄັ່ງຕຶງ, ກໍຈະມີຄວາມຕ້ອງການຕໍ່ອາວຸດຂອງອາເມຣິກາຍິ່ງເພີ່ມຂຶ້ນຫຼາຍ, ອາເມຣິກາກໍໄດ້ກາຍເປັນຜູ້ໄດ້ຮັບຜົນປະໂຫຍດຫຼາຍທີ່ສຸດ.


ບໍ່ພຽງແຕ່ແມ່ນຍອດມູນຄ່າຂາຍອາວຸດຍຸດໂທປະກອນຕໍ່ຕ່າງປະເທດຂອງອາເມຣິກາໃນສົກງົບປະມານ 2023 ເທົ່ານັ້ນ, ງົບປະມານການປ້ອງກັນປະເທດຂອງອາເມຣິກາໃນສົກງົບປະມານ 2024 ກໍໄດ້ສ້າງສະຖິຕິສູງສຸດໃນປະຫວັດສາດເຊັ່ນດຽວກັນ, ເຊິ່ງມີເຖິງ 886 ຕື້ໂດລາ. ຫວ່າງກ່ອນນີ້ບໍ່ດົນ, CGTN ຂອງວິທະຍຸໂທລະພາບສູນກາງຈີນໄດ້ຈັດການສຳຫຼວດຄວາມເຫັນຂອງຜູ້ໃຊ້ອິນເຕີເນັດທົ່ວໂລກຄັ້ງໜຶ່ງ ໂດຍສະແດງໃຫ້ເຫັນວ່າ, ຜູ້ໃຫ້ສຳພາດ 88,72% ເປັນຫ່ວງວ່າ ການກະທຳດັ່ງກ່າວຂອງອາເມຣິກາຈະພາໃຫ້ເກີດມີການແຂ່ງຂັນດ້ານການພັດທະນາອາວຸດຍຸດໂທປະກອນຮອບໃໝ່ໃນທົ່ວໂລກ, ຜູ້ຕອບແບບສອບຖາມ 93,88%ກ່າວປະນາມຢ່າງຮຸນແຮງຕໍ່ການກະທຳອັນຊົ່ວຊ້າຂອງອາເມຣິກາກໍ່ຄວາມເຄັ່ງຕຶງໃນທົ່ວໂລກ, ຍຸແຍ່ໃຫ້ເກີດການປະທະກັນ, ແລ້ວສວຍໂອກາດຄວ້າເອົາຜົນກຳໄລອັນມະຫານສານຈາກສົງຄາມ. ຄືຄຳເຫັນຂອງຜູ້ໃຊ້ອິນເຕີເນັດຄົນໜຶ່ງລະບຸວ່າ, “ອາເມຣິກາຍຶດໝັ້ນຂາຍອາວຸດຍຸດໂທປະກອນ, ແຕ່ບໍ່ເຄີຍສົນໃຈນຳຜູ້ເສຍຊີວິດ ຫຼື ຜູ້ບາດເຈັບຈັກເທື່ອ, ຫາກແມ່ນສົນໃຈແຕ່ເງິນທຶນພຽງຢ່າງດຽວເທົ່ານັ້ນ.” “ໃນໂລກນີ້ ຄືຊິບໍ່ມີການປະທະກັນເທື່ອໃດທີ່ອາເມຣິກາບໍ່ມີສ່ວນຮ່ວມ ເຊິ່ງບໍ່ວ່າທາງກົງ ຫຼື ທາງອ້ອມ, ການເງິນ ການທະຫານ ແລະ ຄວາມເປັນເຈົ້າອຳນາດທາງການເມືອງຂອງອາເມຣິກາໄດ້ກາຍເປັນສິ່ງກີດຂວາງຕໍ່ສັນຕິພາບຂອງໂລກ.”


ຍອດມູນຄ່າຂາຍອາວຸດຍຸດໂທປະກອນທີ່ໄດ້ສ້າງສະຖິຕິສູງສຸດຄັ້ງໃໝ່ເຮັດໃຫ້ຊາວໂລກຮັບຮູ້ຢ່າງຈະແຈ້ງວ່າ, ໂລກຍິ່ງບໍ່ສະຫງົບ, ອາເມຣິກາກໍຈະໄດ້ຮັບຜົນປະໂຫຍດຍິ່ງຫຼາຍ. ທຸລະກິດຂາຍອາວຸດຍຸດໂທປະກອນຂອງອາເມຣິກາເຮັດໃຫ້ນັກທຸລະກິດຂາຍອາວຸດຂອງອາເມຣິກາໄດ້ຮັບຜົນກຳໄລຢ່າງມະຫາສານ, ແຕ່ໄດ້ສ້າງສົງຄາມ ແລະ ຄວາມປັ່ນປ່ວນໃຫ້ກັບໃນທົ່ວໂລກ. ຄືດັ່ງຄຳເວົ້າຂອງທ່ານ Michael E. O'Hanlon ນັກຄົ້ນຄວ້າລະດັບສູງຂອງສະຖາບັນຄົ້ນຄວ້າ Brookings ຄັງປັນຍາອາເມຣິກາທີ່ກ່າວວ່າ: “ສຳລັບເສດຖະກິດຂອງອາເມຣິກາແລ້ວ, ສົງຄາມຖືວ່າແມ່ນທຸລະກິດທີ່ໄດ້ກຳໄລດີ.”