ເປີດກິດຈະກຳແຫ່ຂະບວນ “ຕ້ອນຮັບລະດູບານໃໝ່ຢ່າງອົບອຸ່ນ· ບຸນກຸດຈີນທີ່ມ່ວນຊື່ນ” 2024 ຢູ່ນະຄອນດູໄບ

2024-02-05 14:48:21 cri

ວັນທີ 3 ກຸມພານີ້, ເນື່ອງໃນບຸນກຸດຈີນປີມະໂລງໃກ້ຈະວຽນມາເຖິງ, ພິທີເປີດກິດຈະກຳແຫ່ຂະບວນ “ຕ້ອນຮັບລະດູບານໃໝ່ຢ່າງອົບອຸ່ນ· ບຸນກຸດຈີນທີ່ມ່ວນຊື່ນ” ດູໄບ 2024 ໄດ້ຈັດຂຶ້ນຢູ່ສວນສາທາລະນະຫໍຮາລີຟາທີ່ມີຊື່ສຽງຂອງນະຄອນດູໄບຂອງສະຫະລັດອາຣັບເອມິດເຣດ.

ກິດຈະກຳເທື່ອນີ້ຈະດຳເນີນເປັນເວລາ 4 ວັນ, ລວມທັງການສະແດງສິລະປະວັນນະຄະດີ, ງານໂຄສະນາສະເພາະ, ການສະແດງວັດທະນະທຳທີ່ມີມູນເຊື້ອ ແລະ ເຕັກໂນໂລຊີທັນສະໄໝ, ອາຫານແຊບ ແລະ ການສຳພັດເກມ ແລະ ອື່ນໆ, ທັງເປັນການເປີດສາກຂອງກິດຈະກຳຕ່າງໆເພື່ອສະເຫຼີມສະຫຼອງຈີນ ແລະ ສະຫະລັດອາຣັບເອມິດເຣດສ້າງສາຍພົວພັນທາງການທູດຄົບຮອບ 40 ປີທີ່ຈະດຳເນີນໄປໃນໝົດປີ 2024. ນີ້ແມ່ນນະຄອນດູໄບຈັດກິດຈະກຳແຫ່ຂະບວນ “ບຸນກຸດຈີນທີ່ມ່ວນຊື່ນ” ຄັ້ງທີ 5.

ນອກນີ້, ການສະແດງໄຟແສງສີທີ່ເນັ້ນຫົວຂໍ້ງານລາຕີສະຫຼອງບຸນກຸດຈີນຂອງວິທະຍຸໂທລະພາບສູນກາງຈີນຫຼື CMG ຈະສະແດງຢູ່ຫໍຮາລີຟາເຊິ່ງເປັນອາຄານສູງສຸດຂອງໂລກລະຫວ່າງວັນທີ 7 ຫາ 9 ກຸມພານີ້ເປັນ 3 ຄືນລຽນຕິດ.