ການເຈລະຈາກັນລະຫວ່າງອິດສະຣາແອນ-ກຸ່ມຮາມາສມີບັນຫາຂວາງກັ້ນ

2024-02-05 14:24:14 CRI

   ຕອນຄໍ່າວັນທີ 4 ກຸມພານີ້ຕາມເວລາທ້ອງຖິ່ນ, ສື່ມວນຊົນຫຼາຍສໍານັກໄດ້ເປີດເຜີຍຄວາມຄືບໜ້າຫຼ້າສຸດຂອງການເຈລະຈາກັນລະຫວ່າງອິດສະຣາແອນ-ກຸ່ມຮາມາສຂອງປາແລັດສະຕິນຕາມລໍາດັບ. ໂທລະພາບ AL Arabiya ລາຍງານວ່າ: ກຸ່ມຮາມາສຍັງຄົງປະຕິເສດບໍ່ຮ່ວມບັນລຸສັນຍາທີ່ຄ້າຍຄື “ສັນຍາແລກປ່ຽນບຸກຄົນທີ່ຖືກກັກຕົວ” ເມື່ອກ່ອນໜ້ານີ້ກັບອິດສະຣາແອນ, ພ້ອມດຽວກັນນີ້, ກຸ່ມຮາມາສຫວັງໃຫ້ມີການປ່ອຍຄົນປາແລັດສະຕິນທີ່ຖືກກັກຕົວໃຫ້ຫຼາຍຂຶ້ນ. ນອກນີ້, ມີສື່ມວນຊົນໄດ້ລາຍງານໂດຍອ້າງອີງຕາມຄໍາເວົ້າຂອງຜູ້ຮູ້ຂ່າວວ່າ: ອິດສະຣາແອນໄດ້ແຈ້ງໃຫ້ຝ່າຍໄກ່ເກ່ຍທີ່ກ່ຽວຂ້ອງຊາບແລ້ວວ່າ: ອິດສະຣາແອນປະຕິເສດບໍ່ເຫັນດີຕໍ່ຂໍ້ສະເໜີຂອງກຸ່ມຮາມາສທີ່ຫວັງຢາກໃຫ້ປ່ອຍຄົນທີ່ຖືກກັກຕົວເພີ່ມອີກ.


   ນັບມາຮອດປັດຈຸບັນ, ປາແລັດສະຕິນ ແລະ ອິດສະຣາແອນຍັງບໍ່ທັນມີການຕອບໂຕ້ຕໍ່ຂ່າວກ່ຽວຂ້ອງແຕ່ຢ່າງໃດ.