ຝ່າຍຕ່າງໆຂອງອິຣັກຮຽກຮ້ອງໃຫ້ກອງທັບອາເມຣິກາຖອນອອກຈາກອິຣັກ

2024-02-05 17:44:18 cri


ຕອນກາງຄືນວັນທີ 2 ຫາຕອນຮຸ່ງເຊົ້າວັນທີ 3 ກຸມພານີ້, ກອງທັບອາເມຣິກາໄດ້ຫຼອນໂຈມຕີທາງອາກາດຕໍ່ຫຼາຍເປົ້າໝາຍຢູ່ອິຣັກ, ພາຍຫຼັງອາເມຣິກາໄດ້ຫຼອນໂຈມຕີແລ້ວ, ຫຼາຍຝ່າຍການເມືອງຂອງອິຣັກໄດ້ອອກຖະແຫຼງການຕິດຕໍ່ກັນ, ຮຽກຮ້ອງໃຫ້ກອງທັບອາເມຣິກາຖອນອອກຈາກອິຣັກ, ກຸ່ມປະກອບອາວຸດທະຫານລາດຈຳນວນໜຶ່ງຍິ່ງປະກາດວ່າ ຈະໃຊ້ການເຄື່ອນໄຫວຕໍ່ກອງທັບອາເມຣິກາ.

ທ່ານມານດາລາວີ ຮອງປະທານທີໜຶ່ງສະພາແຫ່ງຊາດ, ຜູ້ວ່າການແທນປະທານສະພາແຫ່ງຊາດອິຣັກກ່າວວ່າ: ສະພາແຫ່ງຊາດຄວນປະຕິບັດມະຕິທີ່ກ່ຽວຂ້ອງຢ່າງໄວວາ, ຮຽກຮ້ອງໃຫ້ກອງທັບຕ່າງປະເທດທັງໝົດຖອນອອກຈາກອິຣັກ. ອົງການປຸກລະດົມປະຊາຊົນ ຫຼື ອົງການ PMU/PMF ທີ່ເປັນກຸ່ມປະກອບອາວຸດທະຫານລາດນິກາຍຊິອະອິຣັກ ໄດ້ຮຽກຮ້ອງໃຫ້ທ່ານໂມຮາມເມັດ ຊິອາ ອັນຊູດານີ ນາຍົກລັດຖະມົນຕີອິຣັກປົກປ້ອງອະທິປະໄຕແລະກຽດສັກສີຂອງອີຣັກຢ່າງສຸດຄວາມສາມາດ ແລະເຕືອນໃຫ້ກອງທັບຕ່າງປະເທດຖອນອອກຈາກອິຣັກ. ກຸ່ມຕໍ່ຕ້ານອິສລາມ ຄືກຸ່ມປະກອບອາວຸດທະຫານລາດອິຣັກກ່າວວ່າ: ຈະສືບຕໍ່ປະຕິບັດການເຄື່ອນໄຫວທາງການທະຫານທີ່ແນໃສ່ກອງທັບອາເມຣິກາຈົນກວ່າທະຫານອາເມຣິກາຈະຖອນອອກຈາກອິຣັກ.