ຟີມໂຄສະນາງານລາຕີສະຫຼອງບຸນກຸດຈີນ2024ຂອງCMGເຂົ້າສາຍຢູ່ໂຮງຮູບເງົາອາເມຣິກາ

2024-02-05 12:35:15 cri



ເລີ່ມແຕ່ວັນທີ2ກຸມພານີ້ເປັນຕົ້ນໄປ, ຟີມໂຄສະນາງານລາຕີສະຫຼອງບຸນກຸດຈີນ2024ຂອງວິທະຍຸໂທລະພາບສູນກາງຈີນຫຼືCMGໄດ້ສາຍຢູ່ໂຮງຮູບເງົາຕ່າງໆຂອງບໍລິສັດAMC ແລະບໍລິສັດRegal Cinemas ເຊິ່ງເປັນບໍລິສັດໂຮງຮູບເງົາຂະໜາດໃຫຍ່ທີ່ສຸດຂອງອາເມຣິກາໂດຍໄດ້ເຂົ້າເຖິງໜ້າຈໍຮູບເງົາແລະໜ້າຈໍໂທລະພາບຈຳນວນ1.169 ແຜ່ນໃນທົ່ວປະເທດອາເມຣິກາ, ຄາດວ່າຈະສາຍເປັນຈຳນວນຫຼາຍກວ່າ 60.000 ເທື່ອ.



  ເທື່ອນີ້, ຟີມໂຄສະນາງານລາຕີສະຫຼອງບຸນກຸດຈີນຈະເຂົ້າສາຍຢູ່ໂຮງຮູບເງົາຂອງ8ຕົວເມືອງທີ່ເປັນຫຼັກທີ່ສຸດໃນທົ່ວປະເທດອາເມຣິກາຄື ໂລສແອນເຈີລິສ ນີວຢອກ, ວໍຊິງຕັນ, ຊານຟຣານຊີສໂກ, ຊີຄາໂກ, ໂບສຕັນ, ຮິວສຕັນ ແລະດາລາສ. ໂຮງຮູບເງົາເຫຼົ່ານີ້ຈະສາຍຟີມໂຄສະນາງານລາຕີສະຫຼອງບຸນກຸດຈີນກ່ອນສາຍຮູບເງົາ, ຂະນະດຽວກັນຍັງຈະສາຍຟີມໂຄສະນາດັ່ງກ່າວຕະຫຼອດຢູ່ໜ້າຈໍໂທລະພາບໃນຫ້ອງຂາຍປີ້ແລະຫ້ອງພັກຜ່ອນຂອງຜູ້ຊົມນຳອີກ.