ຂະແໜງການໂຄມໄຟຊຸກຍູ້ການພັດທະນາຂອງເຂດພູດອຍ

2024-02-05 17:21:16 cri

 

    ບຸນກຸດຈີນປີນີ້ຄືປີມັງກອນ ໃກ້ຈະໝູນວຽນມາເຖິງ, ແຫ່ງຕ່າງໆທົ່ວປະເທດຈີນໄດ້ຈັດງານວາງສະແດງໂຄມໄຟທີ່ເປັນຮູບມັງກອນຂະໜາດໃຫຍ່ ໄດ້ດຶງດູດນັກທ່ອງທ່ຽວມາທ່ຽວຊົມຢ່າງຫຼວງຫຼາຍ. ໂຮງງານຜະລິດໂຄມໄຟໃນເມືອງລົງເຕີຂອງເຂດປົກຄອງຕົນເອງເຜົ່າຮຸຍ ນີງເຊ້ຍຈີນພວມຂຸ້ນຂ້ຽວການຜະລິດ.



    ເມືອງລົງເຕີຕັ້ງຢູ່ເຂດຊີ່ໄຫກູ້ຂອງເຂດປົກຄອງຕົນເອງເຜົ່າຮຸຍ ນີງເຊ້ຍ ເຊິ່ງເປັນເຂດທຸກຍາກທີ່ສຸດຂອງປະເທດຈີນໃນເມື່ອກ່ອນ. ແຕ່ເຂດນີ້ກໍເປັນເມືອງເກົ່າແກ່ທີ່ມີປະຫວັດສາດນັບພັນປີ, ມີບັນຍາກາດວັດທະນະທຳພື້ນເມືອງທີ່ເຂັ້ມຂຸ້ນ, ເຕັກນິກການຜະລິດໂຄມໄຟພື້ນເມືອງກໍມີປະຫວັດສາດຍາວນານ.



    ຫວ່າງມໍ່ໆມານີ້, ບໍລິສັດເຕັກນິກໂຄມໄຟເຈີ້ງກ່ວນໃນເມືອງລົງເຕີໄດ້ຂຸ້ນຂ້ຽວຜະລິດໃຫ້ໄດ້ໄວທີ່ສຸດ. ໃນໂຮງງານຕິດກາວ, ຈະສາມາດເຫັນຮູບຮ່າງມັງກອງອັນໃຫຍ່ໂຕທີ່ເຮັດດ້ວຍໂຄງເຫຼັກ, ຊາວກະສິກອນທີ່ມາຈາກບ້ານອ້ອມຂ້າງໄດ້ຢືນຢູ່ເທິງຮາວເຫຼັກ, ເອົາຜ້າສີທີ່ມີລວດລາຍຂອງເກັດມັງກອນຕິດໃສ່ໂຄງມັງກອນ.



    ໃນເມື່ອກ່ອນ, ການຜະລິດໂຄມໄຟແມ່ນເຮັດເປັນແບບຄອບຄົວ, ຜະລິດຕະພັນສ່ວນໃຫຍ່ແມ່ນໂຄມໄຟຂະໜາດນ້ອຍທີ່ເອົາໄມ້ໄຜ່ມາເຮັດເປັນໂຄງຮ່າງ, ເອົາເຈ້ຍມາຕິດໃສ່ ແລະ ໄຕ້ທຽນໄວ້ຢູ່ທາງໃນ.

    ເພື່ອຊຸກຍູ້ການພັດທະນາຂອງຂະແໜງການໂຄມໄຟໃນທ້ອງຖິ່ນ, ປີ 2017, ອົງການປົກຄອງເມືອງລົງເຕີໄດ້ເຕົ້າໂຮມຄອບຄົວຕ່າງໆທີ່ຜະລິດໂຄມໄຟ ແລະ ສ້າງຕັ້ງເປັນບໍລິສັດເຕັກນິກໂຄມໄຟເຈີ້ງກ່ວນ ຍັງໄດ້ອອກທຶນເພື່ອສົ່ງເສີມຜູ້ມີຝີມືດີໄປຮ່ຳຮຽນເຕັກນິກຜະລິດໂຄມໄຟໃໝ່ໆ.



    ການພັດທະນາຂອງບໍລິສັດໄດ້ສ້າງລາຍຮັບທີ່ບໍ່ກ້າຄິດໃນເມື່ອກ່ອນໃຫ້ແກ່ຜູ້ຜະລິດໂຄມໄຟ ແລະ ເຮັດໃຫ້ເຂົາເຈົ້າສາມາດກຸ້ມຕົນເອງດ້ວຍຝີມືຂອງຕົນໄດ້. ລວມຍອດໃບສັ່ງຈອງຂອງບໍລິສັດໃນປີ 2023 ຫຼາຍກວ່າ 10 ລ້ານຢວນ. ຄຽງຄູ່ກັບຊື່ສຽງຂອງບໍລິສັດໂດ່ງດັງຂຶ້ນ, ໂຄມໄຟກໍໄດ້ຂາຍໄປຮອດແຫ່ງຕ່າງໆໃນທົ່ວປະເທດຈີນ.

    ບໍລິສັດເຕັກນິກໂຄມໄຟເຈີ້ງກ່ວນຍັງໄດ້ສ້າງຕັ້ງໂຮງງານຫຼຸດຜ່ອນຄວາມທຸກຍາກໃນປີ 2019, ໂດຍໄດ້ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນໃນບ້ານເກືອບ 30 ຄົນ, ຂະແໜງການໂຄມໄຟກໍໄດ້ສ້າງລາຍຮັບໃຫ້ແກ່ປະຊາຊົນເມືອງລົງເຕີຫຼາຍຂຶ້ນກວ່າເກົ່າ.