ເປັນຫຍັງເສດຖະກິດຈີນສາມາດກາຍເປັນຜູ້ປະກອບສ່ວນທີ່ສຳຄັນຕໍ່ເສດຖະກິດໂລກ?

2024-02-06 16:06:42 cri

ອີງຕາມບົດລາຍງານກ່ຽວກັບການທະນາຄານ ແລະ ການພັດທະນາທົ່ວໂລກ 2023 ທີ່ເປີດເຜີຍໂດຍເວທີເປິກສາຫາລືການທະນາຄານສາກົນ ຫຼື IFF ສະແດງໃຫ້ເຫັນວ່າ: ອັດຕາການປະກອບສ່ວນຂອງເສດຖະກິດຈີນທີ່ມີຕໍ່ເສດຖະກິດໂລກໃນປີ 2023 ຈະບັນລຸເຖິງ 32%, ເສດຖະກິດຈີນເປັນແຫຼ່ງພະລັງຂັບເຄື່ອນໃຫຍ່ທີ່ສຸດຂອງເສດຖະກິດໂລກ. ເມື່ອບໍ່ດົນມານີ້, ທ່ານນາງໂຊນາລີ ຈາອິນ ຈານດຣາ ຫົວໜ້າຄະນະຜູ້ແທນອົງການກອງທຶນເງິນຕາສາກົນ ຫຼື IMF ທີ່ໄປຢ້ຽມຢາມຈີນເຫັນວ່າ: ຈີນຍັງຈະສືບຕໍ່ເປັນຜູ້ປະກອບສ່ວນທີ່ສຳຄັນຕໍ່ການເຕີບໂຕຂອງເສດຖະກິດໂລກໃນປີ 2024. ໃນຫຼາຍປີມໍ່ໆມານີ້, ອັດຕາການປະກອບສ່ວນຂອງຈີນທີ່ມີຕໍ່ເສດຖະກິດໂລກໄດ້ຮັກສາຢູ່ໃນລະດັບປະມານ 30%. ເຖິງແມ່ນຢູ່ໃນໄລຍະທີ່ຕົນປະສົບຄວາມຫຍຸ້ງຍາກກໍຕາມ, ຈີນກໍໄດ້ປະກອບສ່ວນຂອງຕົນເຂົ້າໃນການເຕີບໂຕຂອງເສດຖະກິດໂລກ.

ເປັນຫຍັງເສດຖະກິດຈີນສາມາດກາຍເປັນຜູ້ປະກອບສ່ວນທີ່ສຳຄັນຕໍ່ເສດຖະກິດໂລກ? ນັ້ນກໍຍ້ອນວ່າ: ໃນໄລຍະການພັດທະນາອັນຍາວນານມານີ້, ເສດຖະກິດຈີນໄດ້ສ້າງສະພາບການພື້ນຖານທີ່ດີ ແລະ ໝັ້ນທ່ຽງ, ຂະແໜງການໃໝ່ ແລະ ຮູບແບບທຸລະກິດໃໝ່ໄດ້ຮັບການພັດທະນາຢ່າງວ່ອງໄວ, ໂຄງປະກອບເສດຖະກິດໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ, ເສດຖະກິດຈີນໄດ້ຂະຫຍາຍຕົວໃຫ້ເຂັ້ມແຂງກວ່າເກົ່າຢ່າງບໍ່ຢຸດຢັ້ງໃນຂະນະທີ່ເລັ່ງບົ່ມເພາະກຳລັງການຜະລິດຮູບແບບໃໝ່. ໃນປີ 2023, ການລົງທຶນດ້ານການປັບປຸງເຕັກໂນໂລຊີຂອງອຸດສາຫະກຳການຜະລິດໄດ້ເພີ່ມຂຶ້ນ 3,8%, ການລົງທຶນໃນອຸດສາຫະກຳເຕັກໂນໂລຊີລະດັບສູງເພີ່ມຂຶ້ນ 10,3% ເຊິ່ງໄວກວ່າຈັງຫວະການເຕີບໂຕຂອງການລົງທຶນໃນອະສັງຫະລິມະຊັບທັງໝົດ. ໃນປີ 2023, ມູນຄ່າເພີ່ມຂອງຂະແໜງການບໍລິການໄດ້ກວມເອົາ 54,6% ຂອງ GDP , ເພີ່ມຂຶ້ນ 1,2% ເມື່ອທຽບໃສ່ປີ 2022; ອັດຕາການປະກອບສ່ວນຂອງລາຍຈ່າຍການບໍລິໂພກທີ່ມີຕໍ່ການເຕີບໂຕຂອງເສດຖະກິດໄດ້ບັນລຸເຖິງ 82,5%, ເພີ່ມຂຶ້ນ 43,1% ເມື່ອທຽບໃສ່ປີ 2022.

ພ້ອມກັນນັ້ນ, ຄຽງຄູ່ກັບລາຍໄດ້ຂອງພົນລະເມືອງຈີນເພີ່ມຂຶ້ນ, ການພັດທະນາຂອງເສດຖະກິດຈີນໄດ້ສ້າງໂອກາດອັນໃຫຍ່ຫຼວງໃຫ້ກັບວິສາຫະກິດປະເທດຕ່າງໆ. ຕາມສະຖິຕິແລ້ວ, ໃນປີ 2023, ຍອດມູນຄ່າການຂາຍຍ່ອຍເຄື່ອງອຸປະໂພກ-ບໍລິໂພກໃນສັງຄົມຈີນໄດ້ບັນລຸຫຼາຍກວ່າ 47.000 ຕື້ຢວນ, ໃນນັ້ນ, ເຄື່ອງອຸປະໂພກ-ບໍລິໂພກທີ່ນຳເຂົ້າຈາກຕ່າງປະເທດໄດ້ກວມເອົາພາກສ່ວນຫຼາຍສົມຄວນ ເຊິ່ງໄດ້ສ້າງຜົນກຳໄລຢ່າງມະຫາສານໃຫ້ກັບຍີ່ຫໍ້ ແລະ ບໍລິສັດການຜະລິດຕ່າງປະເທດ. ນອກນີ້, ຈີນເປັນປະເທດທີ່ນຳເຂົ້ານ້ຳມັນດິບ, ແຮ່ເຫຼັກ ແລະ ແຮ່ທາດປະເພດຕ່າງໆທີ່ໃຫຍ່ທີ່ສຸດໃນໂລກ ແລະ ກໍແມ່ນເປັນຜູ້ຈັດຊື້ແຜ່ນຊິບໃຫຍ່ທີ່ສຸດໃນໂລກ, ໄດ້ຈັດຊື້ປະມານ 60% ຂອງແຜ່ນຊິບທົ່ວໂລກ.

ເມື່ອງສັງເກດເບິ່ງຈາກແງ່ມູມການສົ່ງອອກສິນຄ້າ, ເລີ່ມຈາກສິນຄ້າເອເລັກໂຕຣນິກຈົນຮອດສິນຄ້າແຜ່ນແພ, ເລີ່ມຈາກເຄື່ອງໃຊ້ຢູ່ໃນເຮືອນຈົນຮອດເຄື່ອງຫຼິ້ນ, ສິນຄ້າຂອງຈີນໄດ້ເຂົ້າເຖິງຊີວິດປະຈຳວັນຂອງປະຊາຊົນບັນດາປະເທດຢ່າງເລິກເຊິ່ງ. ຕາມສະຖິຕິແລ້ວ, ໃນປີ 2023, ມູນຄ່າການສົ່ງອອກຂອງນະຄອນຢີ້ອູ່ທີ່ເປັນສູນເຕົ້າໂຮມ ແລະ ຈໍລະຈອນສິນຄ້າຂະໜາດນ້ອຍທີ່ໃຫຍ່ທີ່ສຸດໃນໂລກ ໄດ້ບັນລຸ 500 ຕື້ຢວນເປັນຄັ້ງທຳອິດ, ເພີ່ມຂຶ້ນ 16%, ການສົ່ງອອກເຄື່ອງໃຊ້ສຳລັບບຸນຄຣິສມາດຂອງຈີນໂດຍຜ່ານນະຄອນຢີ້ອູ່ບ່ອນດຽວ ໄດ້ກວມເອົາ 60% ຂຶ້ນໄປຂອງທົ່ວໂລກ. ພ້ອມກັນນັ້ນ, ຈີນໄດ້ຜະລິດ 53% ຂອງໂທລະສັບມືຖືທົ່ວໂລກ, 90% ຂອງໂທລະພາບທົ່ວໂລກ ແລະ 50% ຂອງຫຸ່ນຍົນທົ່ວໂລກ. ສິນຄ້າເອເລັກໂຕຣນິກຂອງຈີນເຫຼົ່ານີ້ໄດ້ຮັບຄວາມນິຍົມຊົມຊອບໂດຍທົ່ວໄປຍ້ອນຄາລາເປັນກັນເອງ ແລະ ຄຸນນະພາບດີ.

ນອກນີ້, ການລົງທຶນຕໍ່ຕ່າງປະເທດຂອງຈີນກໍໄດ້ເພີ່ມຂຶ້ນທຸກປີ. ອີງຕາມຂໍ້ມູນຈາກຖະແຫຼງການສະຖິຕິການລົງທຶນຕໍ່ຕ່າງປະເທດໂດຍກົງຂອງຈີນປະຈຳປີ 2022 ສະແດງໃຫ້ເຫັນວ່າ: ມຸນຄ່າການລົງທຶນຕໍ່ຕ່າງປະເທດໂດຍກົງຂອງຈີນໃນປີ 2022 ແມ່ນຢູ່ໃນອັນດັບທີ 2 ຂອງໂລກ, ໄດ້ຄອງ 3 ອັນດັບຕົ້ນຂອງໂລກເປັນ 11 ປີລຽນຕິດ. ການລົງທຶນຂອງຈີນໄດ້ຜ່ອນຄາຍສະພາບຄວາມຫຍຸ້ງຍາກຂອງປະເທດກຳລັງພັດທະນາທີ່ຂາດທຶນຮອນໃນລະດັບໃດໜຶ່ງ, ຫຼີກລ່ຽງບໍ່ໃຫ້ເສດຖະກິດປະເທດເຫຼົ່ານັ້ນຊຸດໂຊມລົງຕື່ມອີກ.

ອີງຕາມການຄາດຄະເນຂອງອົງການສ່ວນໃຫຍ່, ຈັງຫວະການເຕີບໂຕຂອງເສດຖະກິດໂລກໃນປີ 2024 ຈະສືບຕໍ່ຊັກຊ້າລົງ. ພາຍໃຕ້ສະພາບການດັ່ງກ່າວ, ການພັດທະນາຢ່າງໝັ້ນທ່ຽງຂອງເສດຖະກິດຈີນຈະມີບົດບາດອັນຕັ້ງໜ້າກວ່າເກົ່າຕໍ່ບັນດາປະເທດໃນໂລກ.