ຊາວໂລກໄດ້ສັງເກດເຫັນເລື່ອງຫຍັງໂດຍຜ່ານຈາກການຂົນສົ່ງຜູ້ໂດຍສານໃນໄລຍະບຸນກຸດຈີນ?

2024-02-06 10:54:25 CRI


ສື່ຕ່າງປະເທດຫຼາຍສຳນັກມີຄວາມເຫັນວ່າ, ການຂົນສົ່ງຜູ້ໂດຍສານໃນໄລຍະບຸນກຸດຈີນ ຖືວ່າເປັນ “ການເຄື່ອນຍ້າຍປະຊາກອນປະຈຳປີທີ່ຂະໜາດໃຫຍ່ທີ່ສຸດໃນໂລກ”. ການຂົນສົ່ງໃນໄລຍະ ບຸນກຸດຈີນປີນີ້ ແມ່ນເລີ່ມຈາກວັນທີ 26 ມັງກອນ ຮອດວັນທີ 5 ມີນາ, ເຊິ່ງຈະດຳເນີນໄປເປັນເວລາ 40 ວັນ. ພາກສ່ວນຄົມມະນາຄົມຂົນສົ່ງຈີນຄາດຄະເນວ່າ, ໃນໄລຍະນີ້ ໃນທົ່ວປະເທດຈີນຈະມີ 9 ຕື້ເທື່ອຄົນເດີນທາງຂ້າມເຂດແຄວ້ນ ເຊິ່ງໄດ້ສ້າງສະຖິຕິສູງສຸດຄັ້ງໃໝ່, ເກືອບເປັນ 2 ເທົ່າຂອງປີ 2023. ໃນນັ້ນ, ປະລິມານຂາຍປີ້ລົດໄຟ ຫຼາຍສຸດໄດ້ບັນລຸເຖິງ 1500 ໃບຕໍ່ວິນາທີ. ຂ່າວສານລອຍເຕີຂອງອັງກິດເຫັນວ່າ, ການຂົນສົ່ງໃນໄລຍະພັກບຸນກຸດຈີນບໍ່ພຽງແຕ່ໄດ້ສະແດງໃຫ້ເຫັນເຖິງປະລິມານຂົນສົ່ງຜູ້ໂດຍສານທີ່ເພີ່ມຂຶ້ນຢ່າງວ່ອງໄວຂອງຈີນເທົ່ານັ້ນ, ຍິ່ງໄດ້ສະແດງໃຫ້ເຫັນເຖິງຄວາມໝັ້ນໃຈ ແລະ ຄວາມມີຊີວິດຊີວາຈາກການຟື້ນຟູຂອງເສດຖະກິດຈີນ.



ຈຳນວນຜູ້ໂດຍສານໃນໄລຍະພັກບຸນກຸດຈີນສ້າງສະຖິຕິສູງສຸດຄັ້ງໃໝ່, ຮູບແບບການເດີນທາງກໍໄດ້ມີການປ່ຽນແປງບໍ່ໜ້ອຍ. ຂໍ້ມູນສະແດງໃຫ້ເຫັນວ່າ, ໃນໄລຍະນີ້ ພົນລະເມືອງຈີນເກືອບ 80% ເລືອກໃຊ້ການເດີນທາງດ້ວຍລົດສ່ວນຕົວ, ການສົ່ງເສີມແນວຄວາມຄິດທີ່ເດີນທາງແບບສີຂຽວ ເຮັດໃຫ້ຫຼາຍຄົນເລືອກການຂັບລົດພະລັງງານໃໝ່. ພາຍໃຕ້ການຍູ້ໜູນຈາກ “ການຜະລິດແບບອັດສະລິຍະຂອງຈີນ”, ເຮືອບິນໂດຍສານຂະໜາດໃຫຍ່ C919 ຈຳນວນ 4 ລຳໄດ້ປະຕິບັດພາລະກິດການຂົນສົ່ງເປັນຄັ້ງທຳອິດໃນການຂົນສົ່ງໄລຍະບຸນກຸດຈີນ, ເຮືອສຳລານຂະໜາດໃຫຍ່ລຳທຳອິດ ຄື “Adora Magic City”ທີ່ຈີນຜະລິດເອງນັ້ນກໍຈະໃຫ້ການບໍລິການໃນໄລຍະນີ້, ເຊິ່ງສະໜອງທາງເລືອກເພີ່ມເຕີມໃຫ້ແກ່ການອອກເດີນທາງຂອງປະຊາຊົນຈີນ.



ຈາກຄວາມນິຍົມດ້ານການທ່ອງທ່ຽວ ຮອດກະແສການບໍລິໂພກ, ຈາກຊຸມເສັ້ນທາງຄົມມະນາຄົມທີ່ຟົດຟື້ນ ຮອດຕະຫຼາດທີ່ມີຄົນທຽວໄປມາຢ່າງບໍ່ຂາດສາຍ, , ຄວາມຈະເລີນຮຸ່ງເຮືອງໃນການຂົນສົ່ງຜູ້ໂດຍສານໃນໄລຍະບຸນກຸດຈີນໄດ້, ສະແດງໃຫ້ເຫັນວ່າ ການພົວພັນດ້ານເສດຖະກິດລະຫວ່າງຕົວເມືອງກັບຊົນນະບົດ ກໍຄືລະຫວ່າງທ້ອງຖິ່ນຕ່າງໆຂອງຈີນນັບມື້ນັບແໜ້ນແຟ້ນຍິ່ງຂຶ້ນ,ແລະກໍສ່ອງແສງໃຫ້ເຫັນເຖິງຄວາມປາຖະໜາຂອງປະຊາຊົນຈີນທີ່ໃຝ່ຝັນຫາຊີວິດການເປັນຢູ່ອັນດີງາມ.