OECD ຄາດວ່າປີນີ້ເສດຖະກິດໂລກຈະເຕີບໂຕ 2,9%

2024-02-06 11:07:22 CRI

 

   ອົງການຮ່ວມມືເສດຖະກິດ ແລະ ການພັດທະນາ ຫຼື OECD ໄດ້ເຜີຍແຜ່ບົດລາຍງານວິໄສທັດເສດຖະກິດເມື່ອວັນທີ 5 ກຸມພານີ້ ໂດຍຄາດຄະເນວ່າ: ປີ 2024ເສດຖະກິດໂລກຈະເຕີບໂຕ 2,9%, ສ່ວນປີ 2025 ຈະເຕີບໂຕ 3%. ໃນປີ 2024 ແລະປີ 2025, ເຂດອາຊີຈະສືບຕໍ່ປະກອບສ່ວນກວມເອົາສ່ວນໃຫຍ່ຂອງການເຕີບໂຕຂອງເສດຖະກິດໂລກຄືກັນກັບປີ 2023.


   ບົດລາຍງານໄດ້ເນັ້ນໜັກວ່າ: ສະພາບການເຄັ່ງຕຶງຂອງພູມສາດການເມືອງຍັງຄົງເປັນແຫຼ່ງທີ່ມາອັນຕົ້ນຕໍຂອງປັດໄຈທີ່ບໍ່ແນ່ນອນ, ບວກກັບການປະທະກັນຢູ່ເຂດຕາເວັນອອກກາງໄດ້ຜັນແປຮຸນແຮງຕື່ມອີກ, ການຂົນສົ່ງທາງເຮືອຢູ່ທະເລແດງໄດ້ປະເຊີນກັບໄພຂົ່ມຂູ່ ແລະ ເຮັດໃຫ້ຕົ້ນທຶນການຂົນສົ່ງເພີ່ມຂຶ້ນ, ທັງໄດ້ແກ່ຍາວເວລາການມອບສົ່ງສິນຄ້າຂອງບໍລິສັດທີ່ຜູ້ສະໜອງນໍາອີກ. ຖ້າຫາກວ່າການປະທະກັນຮ້າຍແຮງຂຶ້ນຕື່ມ, ປັດໄຈເຫຼົ່ານີ້ອາດຈະນຳເອົາຄວາມກົດດັນມາໃຫ້ແກ່ລາຄາສິນຄ້າອີກເທື່ອໜຶ່ງ.


   ບົດລາຍງານຢໍ້າວ່າ: ການຟື້ນຟູການຄ້າໂລກນັ້ນ, ແມ່ນມີຄວາມໝາຍສໍາຄັນຍິ່ງຕໍ່ການເພີ່ມທະວີການເຕີບໂຕກໍຄືອະນາຄົດການພັດທະນາເສດຖະກິດຢູ່ບ່ອນຕ່າງໆຂອງໂລກ.