ສານໄທຕັດສິນລົງໂທດນັກການເມືອງ 8 ຄົນຂໍ້ຫາລະເມີດກົດໝາຍວ່າດ້ວຍການໂຮມຊຸມນຸມ

2024-02-06 11:15:41 CRI

   ວັນທີ 5 ກຸມພານີ້ຜ່ານມາ, ສານປະທຸມວັນຂອງໄທໄດ້ຕັດສິນລົງໂທດທ່ານ ພິທາ ສະມາຊິກລັດຖະສະພາ ແລະ ທ່ານ ທະນາທອນ ຈຶງຮຸ່ງເຮືອງກິດ ຜູ້ກໍ່ຕັ້ງພັກອະນາຄົດໃໝ່ໂດຍສານໄດ້ຕັດສິນໃຫ້ຍຸບພັກພ້ອມດ້ວຍຜູ້ກ່ຽວ ແລະ ຜູອື່ນໆທັງໝົດ 8 ຄົນໃຫ້ຕິດຄຸກ 4 ເດືອນ ແລະ ຖືກຝາກໂທດອີກ 2 ປີຂໍ້ຫາລະເມີດມາດຕາທີ່ກ່ຽວຂ້ອງຂອງກົດໝາຍວ່າດ້ວຍການໂຮມຊຸມນຸມເນື່ອງຈາກວ່າຜູ້ກ່ຽວເຫຼົ່ານີ້ໄດ້ຈັດການໂຮມຊຸມນຸມແບບຜິດກົດໝາຍຢູ່ຕໍ່ໜ້າສູນສິລະປະວັດທະນະທໍາບາງກອກເມື່ອວັນທີ 14 ທັນວາ 2019.