ເລຂາທິການໃຫຍ່ອົງການສະຫະປະຊາຊາດກ່າວຄໍາປາໄສໃນໂອກາດສະເຫຼີມສະຫຼອງບຸນກຸດຈີນ

2024-02-07 12:43:13 CRI

 

   ວັນທີ 6 ກຸມພານີ້, ທ່ານ ອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດໄດ້ກ່າວຄໍາປາໄສໃນໂອກາດສະເຫຼີມສະຫຼອງບຸນກຸດຈີນປີໃໝ່ປະເພນີຈີນຕາມຈັນທະຄະຕິຈີນ.


   ທ່ານ ກູເຕີເຣັສ ກ່າວວ່າ: ບັນຍາກາດການສະເຫຼີມສະຫຼອງບຸນກຸດຈີນຂອງອົງການສະຫະປະຊາຊາດໃນປີນີ້ຈະພິເສດກວ່າ, ເນື່ອງຈາກວ່າປີນີ້, ບຸນກຸດຈີນຕາມຈັນທະຄະຕິຈີນໄດ້ຖືກຈັດເຂົ້າເປັນວັນບຸນຂອງອົງການສະຫະປະຊາຊາດຄັ້ງທໍາອິດ. ທ່ານ ກູເຕີເຣັສ ໄດ້ສະແດງຄວາມຂອບໃຈນໍາຈີນ ແລະ ປະຊາຊົນຈີນທີ່ໄດ້ໃຫ້ການສະໜັບສະໜູນຢ່າງເດັດດ່ຽວຕໍ່ອົງການສະຫະປະຊາຊາດ, ລັດທິຫຼາຍຝ່າຍກໍຄືຄວາມກ້າວໜ້າຂອງໂລກ. ຂໍພຽງແຕ່ພວກເຮົາຮ່ວມມືກັນກ້າວໄປຂ້າງໜ້າ, ກໍຈະສາມາດບັນລຸອະນາຄົດທີ່ສັນຕິພາບ, ຍຸຕິທໍາ ແລະ ແບບຍືນຍົງໄດ້.


   ໃນໂອກາດນີ້, ທ່ານ ກູເຕີເຣັສ ໄດ້ອວຍພອນໃຫ້ຜູ້ຄົນທັງຫຼາຍຈົ່ງມີສຸຂະພາບແຂງແຮງ, ມີຄວາມສົມບູນພູນສຸກ ແລະ ຄວາມຈະເລີນຮຸ່ງເຮືອງໃນປີໃໝ່ຈີນທີ່ຈະມາເຖິງນີ້.