ເຂື່ອນໄຟຟ້ານ້ຳຕົກໃຫຍ່ທີ່ສຸດຂອງອູກັນດາທີ່ຮັບເໝົາກໍ່ສ້າງໂດຍບໍລິສັດຈີນເລີ່ມສະໜອງກະແສໄຟຟ້າ

2024-02-07 10:27:20 cri



   ຕອນເຊົ້າວັນທີ6ກຸມພານີ້, ໜ່ວຍຈັກຜະລິດໄຟຟ້າໜ່ວຍສຸດທ້າຍຂອງໂຄງການເຂື່ອນໄຟຟ້ານ້ຳຕົກຄາຣູມາປະເທດອູກັນດາ ທີ່ຮັບເໝົາກໍ່ສ້າງໂດຍກຸ່ມບໍລິສັດກໍ່ສ້າງຊົນລະປະທານແລະເຂື່ອນໄຟຟ້ານ້ຳຕົກຈີນຫຼື Sinohydro ໄດ້ສະໜອງກະແສໄຟຟ້າໃຫ້ແກ່ສັງຄົມຢ່າງສຳເລັດຜົນ ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ ໜ່ວຍຈັກຜະລິດໄຟຟ້າທັງໝົດຂອງເຂື່ອນໄຟຟ້ານ້ຳຕົກໃຫຍ່ທີ່ສຸດຂອງປະເທດນີ້ໄດ້ບັນລຸເປົ້າໝາຍການສະໜອງກະແສໄຟຟ້າແລ້ວ.

   ຕາມຝ່າຍໂຄງການແຈ້ງໃຫ້ຮູ້ວ່າ: ພາຍຫຼັງໜ່ວຍຈັກຜະລິດໄຟຟ້າທັງໝົດຂອງເຂື່ອນໄຟຟ້ານ້ຳຕົກຄາຣູມາໄດ້ສະໜອງໄຟຟ້າຢ່າງເປັນທາງການແລ້ວ, ຍອດກຳລັງຕິດຕັ້ງການຜະລິດໄຟຟ້າຈະເພີ່ມຈາກ 1278 MW ຂຶ້ນເປັນ 1878 MW ເຊິ່ງໄດ້ເພີ່ມຂຶ້ນເກືອບ50%, ແຕ່ລະປີຈະສາມາດປະຢັດຖ່ານຫີນໄດ້ປະມານ1,31ລ້ານໂຕນ ແລະຫຼຸດການລະບາຍກາກບອນດີອົກໄຊໄດ້ 3,48 ລ້ານໂຕນ ກໍຄືສະໜອງພະລັງງານສີຂຽວໃຫ້ກັບອູກັນດາຢ່າງບໍ່ຂາດສາຍ.