ຊູແອັດຄາດວ່າຈະຖະແຫຼງກ່ຽວກັບຄວາມຄືບໜ້າຂອງການສືບສວນເຫດການລະເບີດທໍ່ສົ່ງອາຍແກັສທຳມະຊາດ Nord Stream ໃນວັນທີ7ກຸມພານີ້

2024-02-07 11:11:01 cri

ວັນທີ6ກຸມພານີ້, ອົງການໄອຍະການຊູແອັດໄດ້ປະກາດວ່າ ຄາດວ່າຈະອອກຖະແຫຼງການກ່ຽວກັບສະພາບຄວາມຄືບໜ້າໃນການສືບສວນເຫດການລະເບີດທໍ່ສົ່ງອາຍແກັສທຳມະຊາດ Nord Stream ໃນວັນທີ7ກຸມພານີ້. ສື່ມວນຊົນເຢຍລະມັນຫຼາຍສຳນັກໄດ້ລາຍງານວ່າ: ເນື່ອງຈາກບໍ່ສາມາດຢືນຢັນຜູ້ຕ້ອງສົງໄສທີ່ກໍ່ເຫດການລະເບີດທໍ່ສົ່ງອາຍແກັສທຳມະຊາດ Nord Stream ໄດ້, ຫ້ອງການໄອຍະການທີ່ຮັບຜິດຊອບການສືບສວນເຫດການຂອງຊູແອັດຈຶ່ງຈະປະກາດສິ້ນສຸດການສືບສວນດັ່ງກ່າວ.

ຫ້ອງການໄອຍະການຊູແອັດທີ່ຮັບຜິດຊອບການສືບສວນເຫດການລະເບີດທໍ່ສົ່ງອາຍແກັສທຳມະຊາດ Nord Streamໃຫ້ຮູ້ວ່າ: ຕົນຈະອອກຖະແຫຼງການໃນວັນທີ7ກຸມພານີ້ເຊິ່ງມີເນື້ອໃນລວມທັງຈະສິ້ນສຸດການສືບສວນ, ຊຸກຍູ້ການກ່າວຟ້ອງຫຼືຮຽກຮ້ອງໃຫ້ຈັບຕົວຜູ້ຕ້ອງສົງໄສຫຼືບໍ່. ແຕ່ວ່າຈົນມາເຖິງປັດຈຸບັນ, ຝ່າຍຊູແອັດຍັງບໍ່ທັນໄດ້ລະບຸຊື່ຢ່າງເປີດເຜີຍຕໍ່ຜູ້ຕ້ອງສົງໄສໃດໆທີ່ກ່ຽວຂ້ອງກັບເຫດການລະເບີດທໍ່ສົ່ງອາຍແກັສທຳມະຊາດ Nord Stream ເທື່ອ.