ສິນຄ້າທີ່ມີເອກະລັກພິເສດຂອງຈີນໄດ້ຮັບຄວາມນິຍົມຫຼາຍຢູ່ຕ່າງປະເທດ ແມ່ນຍ້ອນສາເຫດເຫຼົ່ານີ້

2024-02-07 09:37:58 cri

ຄຽງຄູ່ກັບປີໃໝ່ປີມັງກອນຕາມຈັນທະຄະຕິຈີນໃກ້ຈະໝູນວຽນມາເຖິງ, ບັນຍາກາດສະຫຼອງບຸນກຸດຈີນໃນທົ່ວໂລກໄດ້ຄຶກຄື້ນຂຶ້ນເປັນກ້າວໆ. ປັດຈຸບັນ, ໃນທົ່ວໂລກມີເກືອບ 20 ປະເທດໄດ້ຖືເອົາບຸນກຸດຈີນເປັນວັນບຸນທີ່ກໍານົດໂດຍກົດໝາຍ, 1/5 ຂອງປະຊາກອນທົ່ວໂລກສະຫຼອງບຸນກຸດຈີນດ້ວຍຮູບແບບຕ່າງໆ. ອັງເປົາ, ການຕັດເຈ້ຍປະດັບປ່ອງຢ້ຽມ, ເຄື່ອງມຸງຄຸນໄຊຈີນ, ຄະຕິຄູ່, ກ໋ອງຕຸກກະຕາ ແລະ ສິນຄ້າອື່ນໆທີ່ມີເອກະລັກພິເສດຂອງຈີນ ໄດ້ຈໍາໜ່າຍໄປຮອດ 100 ກວ່າປະເທດໃນໂລກ.

ສິນຄ້າທີ່ມີເອກະລັກພິເສດຂອງຈີນໄດ້ເປັນກະແສນິຍົມຫຼາຍເທື່ອຢູ່ຕ່າງປະເທດ ແມ່ນຍ້ອນສາເຫດຫຍັງແດ່?

ເວົ້າສໍາລັບຜູ້ບໍລິໂພກຕ່າງປະເທດແລ້ວ, “ຂອງດີ” ຍ່ອມເປັນຄວາມຕ້ອງການທໍາອິດແນ່ນອນ. ສິນຄ້າຈີນມີຄຸນຄ່ານໍາໃຊ້ຕົວຈິງ, ມີຄຸນນະພາບດີ ແລະ ມີເຕັກໂນໂລຊີ. ຢູ່ເບື້ອງຫຼັງທີ່ “ສິນຄ້າທີ່ຜະລິດໂດຍຈີນ” ໄດ້ຮັບຄວາມນິຍົມຊົມຊອບນັ້ນ ແມ່ນທ່າແຮງດ້ານຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງທີ່ໄດ້ສະສົມມາເປັນເວລາດົນນານ. ທ່າແຮງເຫຼົ່ານີ້ ໄດ້ເຮັດໃຫ້ອັດຕາສ່ວນລະຫວ່າງລາຄາກັບປະສິດທິຜົນສູງຫຼາຍ. ນອກນີ້, ປະສົບການທີ່ດີໃນການຊື້ສິນຄ້າຈີນ ກໍໄດ້ຮັບການຍອມຮັບຈາກຜູ້ບໍລິໂພກຊາວຕ່າງປະເທດ.

ຍ້ອນໄດ້ຮັບຜົນປະໂຫຍດຈາກຄວາມສາມາດດ້ານການຄົ້ນຄວ້າຜະລິດທີ່ມີການປະດິດສ້າງໃໝ່ຢ່າງບໍ່ຢຸດຢັ້ງ ແລະ ມີຄວາມຄ່ອງແຄ້ວທີ່ສາມາດຕອບສະໜອງຄວາມຕ້ອງການຂອງທ້ອງຖິ່ນ, “ສິນຄ້າທີ່ຜະລິດໂດຍຈີນ” ກໍາລັງນໍາເອົາປະສົບການແບບໃໝ່ໃຫ້ກັບຜູ້ບໍລິໂພກທົ່ວໂລກ. ຜູ້ບໍລິໂພກໃນທົ່ວໂລກນິຍົມຊື້ສິນຄ້າຈີນ ບໍ່ພຽງແຕ່ຍ້ອນຄຸນນະພາບດີເທົ່ານັ້ນ, ຍັງຍ້ອນສິນຄ້າຈີນມີຄຸນຄ່າທາງດ້ານວັດທະນະທໍາທີ່ມີສະເໜ່ພິເສດ.