ບໍລິສັດວິທະຍາສາດເຕັກໂນໂລຊີຫຼາຍແຫ່ງໃນໂລກລົງນາມໃນສັນຍາກ່ຽວຂ້ອງດ້ານຈັນຍາບັນຂອງປັນຍາປະດິດ

2024-02-07 11:12:06 CRI

 

   ວັນທີ 5 ກຸມພານີ້ຢູ່ປະເທດສະໂລເວນີ, ບໍລິສັດວິທະຍາສາດເຕັກໂນໂລຊີຫຼາຍແຫ່ງໃນໂລກໄດ້ລົງນາມໃນສັນຍາສະບັບໜຶ່ງ ໂດຍໃຫ້ຄໍາໝັ້ນສັນຍາວ່າຈະປະຕິບັດຕາມຂໍ້ສະເໜີຂອງອົງການສະຫະປະຊາຊາດເພື່ອການສຶກສາ, ວິທະຍາ ສາດ ແລະ ວັດທະນະທຳ ຫຼື ຢູເນສໂກ (UNESCO) ກ່ຽວກັບຈັນຍາບັນຂອງປັນຍາປະດິດ.


   ສັນຍາສະບັບນີ້ໄດ້ກໍານົດວ່າ: ໃນເວລາອອກແບບ, ພັດທະນາ, ຈັດຊື້, ຈໍາໜ່າຍ ແລະ ນໍາໃຊ້ປັນຍາປະດິດ, ວິສາຫະກິດຕ້ອງດໍາເນີນການສືບສວນຕາມໜ້າທີ່ເພື່ອເຮັດໃຫ້ສອດຄ່ອງກັບມາດຕະຖານດ້ານຄວາມປອດໄພ, ນອກນີ້, ວິສາຫະກິດຍັງຕ້ອງຈຳແນກຜົນກະທົບທາງລົບຂອງປັນຍາປະດິດ, ພ້ອມທັງນໍາໃຊ້ມາດຕະການປ້ອງກັນ, ຫຼຸດຜ່ອນ ຫຼື ປົວແປງຜົນກະທົບເຫຼົ່ານີ້ຢ່າງທັນການໂດຍອີງຕາມກົດໝາຍພາຍໃນປະເທດ.


   ສັນຍາສະບັບນີ້ແມ່ນໄດ້ຮັບການລົງນາມໃນໄລຍະຈັດເວທີເປິກສາຫາລືຈັນຍາບັນຂອງປັນຍາປະດິດໂລກຄັ້ງທີສອງທີ່ຈັດຂຶ້ນຢູ່ປະເທດສະໂລເວນີ, ເວທີເປິກສາຫາລືຄັ້ງນີ້ທີ່ມີອົງການຢູເນສໂກເປັນເຈົ້າພາບ, ມີ 50 ກວ່າປະເທດ ແລະ ເຂດແຄວ້ນມີສ່ວນຮ່ວມໃນການຈັດຕັ້ງປະຕິບັດ ແລະ ດໍາເນີນການຮ່ວມມືຫຼາຍຝ່າຍ.