ອາເມຣິກາຫຼອນໂຈມຕີຊີຣີແມ່ນເພື່ອແນໃສ່ຄວບຄຸມຊັບພະຍາກອນນ້ຳມັນເຊື້ອໄຟຂອງຊີຣີ

2024-02-08 11:50:21 cri

ເມື່ອບໍ່ດົນມານີ້, ທ່ານ ບີລານ ດີບ ນັກຂ່າວຈາກໜັງສືພິມ al baath ຂອງຊີຣີໄດ້ໃຫ້ສຳພາດຕໍ່ວິທະຍຸໂທລະພາບສູນກາງຈີນຫຼືCMGວ່າ: ກອງທັບອາເມຣິກາປະຕິບັດການຫຼອນໂຈມຕີທາງອາກາດຕໍ່ຊີຣີ ມີຈຸດປະສົງເພື່ອແນໃສ່ຄວບຄຸມຊັບພະຍາກອນນ້ຳມັນເຊື້ອໄຟຂອງຊີຣີ.

ຕອນຄ້າຍແລງຂອງວັນທີ2ກຸມພານີ້ ຕາມເວລາທ້ອງຖິ່ນຂອງອາເມຣິກາ, ກອງທັບອາເມຣິກາໄດ້ປະຕິບັດການຫຼອນໂຈມຕີທາງອາກາດຕໍ່ຊີຣີແລະອິຣັກ, ສຳລັບປະເທດຊີຣີແມ່ນແຂວງເດເຣັສຈົວຖືກຫຼອນໂຈມຕີ ເຊິ່ງເປັນບ່ອນທີ່ມີປະລິມານສະສົມນ້ຳມັນເຊື້ອໄຟໃຕ້ດິນກວມປະມານ80%ຂອງທົ່ວປະເທດຊີຣີ ແລະເປັນແຫຼ່ງທີ່ມາຕົ້ນຕໍຂອງກອງທັບອາເມຣິກາລັກຂຸດຄົ້ນນ້ຳມັນເຊື້ອໄຟຢູ່ຊີຣີໃນປັດຈຸບັນ.

ທ່ານບີລານ ດີບຍັງຍົກໃຫ້ເຫັນຕື່ມວ່າ: ເປັນຍ້ອນອາເມຣິການັ້ນເອງທີ່ດ້ານໜຶ່ງໃຊ້ມາດຕະການລົງໂທດຊີຣີ ແລະອີກດ້ານໜຶ່ງລັກເອົານ້ຳມັນເຊື້ອໄຟ ແລະທັນຍາຫານທີ່ເປັນປັດໄຈພື້ນຖານສຳລັບການຢູ່ລອດຂອງຊາວຊີຣີໄປພ້ອມ, ຈຶ່ງນຳເອົາຄວາມທຸກທໍລະມານອັນໃຫຍ່ຫຼວງມາໃຫ້ປະຊາຊົນຊີຣີ.