ການຄ້າສາກົນອາເມຣິກາປະຈໍາປີ 2023 ຂາດດຸນ 773,4 ຕື້ໂດລາ

2024-02-08 11:22:15 CRI

   ອີງຕາມຂໍ້ມູນທີ່ອົງການວິເຄາະເສດຖະກິດ ແລະ ອົງການສໍາຫຼວດປະຊາກອນອາເມຣິກາເປີດເຜີຍໃນວັນທີ 7 ກຸມພານີ້ສະແດງໃຫ້ເຫັນວ່າ: ຍອດມູນຄ່າການສົ່ງອອກສິນຄ້າໃນເດືອນທັນວາປີ 2023 ຂອງອາເມຣິກາບັນລຸເຖິງ 258,2 ຕື້ໂດລາ, ສ່ວນຍອດມູນຄ່າການນໍາເຂົ້າສິນຄ້າບັນລຸເຖິງ 320,4 ຕື້ໂດລາໝາຍຄວາມວ່າການຄ້າສາກົນອາເມຣິກາປະຈໍາເດືອນທັນວາປີ 2023 ຂາດດຸນ 62,2 ຕື້ໂດລາ, ສູງກວ່າເດືອນພະຈິກປີ 2023 ທີ່ມີ 61,9 ຕື້ໂດລາ.


   ນອກນີ້, ຂໍ້ມູນຍັງສະແດງໃຫ້ເຫັນວ່າ: ຍອດມູນຄ່າການສົ່ງອອກສິນຄ້າປະຈໍາປີ 2023 ຂອງອາເມຣິກາບັນລຸເຖິງ 3.053,5 ຕື້ໂດລາ, ສ່ວນຍອດມູນຄ່າການນໍາເຂົ້າສິນຄ້າບັນລຸເຖິງ 3.826,9 ຕື້ໂດລາ, ຂາດດຸນ 773,4 ຕື້ໂດລາ, ຕໍ່າກວ່າປີ 2022 ທີ່ມີ 951,2 ຕື້ໂດລາ.