ເຈົ້າໜ້າທີ່ລາວຫຼາຍທ່ານເຂົ້າອວຍພອນບຸນກຸດຈີນຢູ່ສະຖານທູດຈີນປະຈໍາລາວ

2024-02-08 11:42:47 CRI

 

   ວັນທີ 6 ກຸມພານີ້, ທ່ານ ຫວາງຊ້າງ ອຸປະທູດຊົ່ວຄາວຂອງສະຖານທູດຈີນປະຈໍາລາວ ໄດ້ພົບປະກັບທ່ານ ເພັດ ພົມພິພັກ ກໍາມະການສູນກາງພັກປະຊາຊົນປະຕິວັດລາວ, ລັດຖະມົນຕີກະຊວງກະສະກໍາ ແລະ ປ່າໄມ້ ທັງເປັນປະທານສະມາຄົມມິດຕະພາບລາວ-ຈີນ, ທ່ານ ລາວປາວຊົ່ງ ນະວົງໄຊ ກໍາມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ວັນໄຊ ຕະວິນຍານ ກໍາມະການຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ທັງເປັນຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ, ທ່ານ ຕົງມົວ ຊົວໂກ້ ຄະນະປະຈໍາພັກແຂວງ ທັງເປັນຮອງເຈົ້າແຂວງແຂວງໄຊສົມບູນ ທີ່ເຂົ້າມາອວຍພອນບຸນກຸດຈີນຢູ່ສະຖານທູດຈີນປະຈໍາລາວ.


   ໃນໂອກາດນີ້, ສອງຝ່າຍໄດ້ອວຍພອນອັນປະເສີດເຊິ່ງກັນແລະກັນເນື່ອງໃນໂອກາດບຸນກຸດຈີນ, ພ້ອມທັງໄດ້ຕີລາຄາສູງຕໍ່ການພົວພັນລາວ-ຈີນ ແລະ ເນັ້ນໜັກວ່າຈະຖືເອົາຄວາມເຫັນທີ່ເປັນເອກະພາບກັນທີ່ສຳຄັນລະຫວ່າງຜູ້ນຳສູງສຸດຂອງສອງພັກກໍຄືສອງປະເທດເປັນທິດຊີ້ນໍາພື້ນຖານ, ຈັດຕັ້ງປະຕິບັດແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນສະບັບປີ 2024-2028 ໃຫ້ດີ, ຮັດແໜ້ນການໄປມາຫາສູ່ກັນຂອງທຸກຂັ້ນ ແລະ ຂັ້ນທ້ອງຖິ່ນ, ລົງເລິກການຖອດຖອນບົດຮຽນເຊິ່ງກັນແລະກັນດ້ານການປົກຄອງປະເທດ ແລະ ການຄຸ້ມຄອງລັດ, ຊຸກຍູ້ການຮ່ວມມືຕົວຈິງ, ສົ່ງເສີມການແລກປ່ຽນດ້ານວັດທະນະທໍາ, ຮ່ວມກັນສ້າງຄູ່ຮ່ວມຊາຕາກໍາລາວ-ຈີນທີ່ມີມາດຕະຖານສູງ, ຄຸນນະພາບສູງ ແລະ ມີລະດັບສູງ ເພື່ອສ້າງຄວາມສຸກໃຫ້ແກ່ສອງປະເທດກໍຄືປະຊາຊົນສອງຊາດໃຫ້ດີກວ່າເກົ່າຕື່ມອີກ.