ທ່ານສີຈິ້ນຜິງສົ່ງຈົດໝາຍຊົມເຊີຍການເປີດນຳໃຊ້ສະຖານີສິນຫຼິ້ງຂົ້ວໂລກໃຕ້ຂອງຈີນ

2024-02-08 10:35:43 cri



   ກ່ອນບຸນກຸດຈີນປີມະໂລງຈະໝູນວຽນມາເຖິງ, ສະຖານີສຳຫຼວດວິທະຍາສາດສິນຫຼິ້ງຢູ່ຂົ້ວໂລກໃຕ້ຂອງຈີນໄດ້ສ້າງສຳເລັດແລະເປີດນຳໃຊ້ໃນວັນທີ7ກຸມພານີ້. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນ ປະທານຄະນະກຳມະການການທະຫານສູນກາງຈີນໄດ້ສົ່ງຈົດໝາຍສະແດງຄວາມຊົມເຊີຍຢ່າງສຸດໃຈ ແລະສົ່ງຄວາມຢື້ຢາມຖາມຂ່າວອັນຈິງໃຈແລະອວຍພັນໄຊອັນປະເສີດໄປຍັງພະນັກງານທັງຫຼາຍທີ່ເຮັດວຽກຢູ່ຂົ້ວໂລກ.

   ເນື້ອໃນຈົດໝາຍຊົມເຊີຍຂອງທ່ານສີຈິ້ນຜິງລະບຸວ່າ: ປີນີ້ເປັນປີຄົບຮອບ40ປີແຫ່ງການສຳຫຼວດຂົ້ວໂລກຂອງຈີນ. ຕະຫຼອດໄລຍະ40ປີຜ່ານມານີ້, ພາລະກິດສຳຫຼວດວິທະຍາສາດຂົ້ວໂລກຂອງຈີນໄດ້ຂະຫຍາຍຕົວຈາກບໍ່ມີຮອດມີແລະໄດ້ຮັບໝາກຜົນອັນອຸດົມສົມບູນ. ຫວັງວ່າ ພະນັກງານເຮັດວຽກສຳຫຼວດຂົ້ວໂລກທັງຫຼາຍຈົ່ງຖືສິ່ງນີ້ເປັນໂອກາດທີ່ດີເພື່ອຮ່ວມກັບປະຊາຄົມໂລກຮັບຮູ້, ອະນຸລັກ,ນຳໃຊ້ຂົ້ວໂລກໃຫ້ດີກວ່າເກົ່າ ເພື່ອປະກອບສ່ວນອັນໃໝ່ໃຫຍ່ຫຼວງກວ່າເກົ່າເຂົ້າໃນການສ້າງຄວາມສຸກໃຫ້ກັບມວນມະນຸດແລະຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.

   ສະຖານີສິນຫຼິ້ງຂົ້ວໂລກໃຕ້ຂອງຈີນຕັ້ງຢູ່ເກາະອິນເອັກສເປຣຊີໂບທະເລໂຣສ ເຊິ່ງເປັນສະຖານີສຳຫຼວດວິທະຍາສາດແຫ່ງທີ5ຂອງຈີນຢູ່ຂົ້ວໂລກໃຕ້.