ເສັ້ນທາງລົດໄຟຈີນ-ລາວໄດ້ຂົນສົ່ງໂດຍສານຫຼາຍກວ່າ 27.800.000 ເທື່ອຄົນແລ້ວ

2024-02-09 10:17:54 cri



   ນັບແຕ່ຕົ້ນປີນີ້ມາ, ການເດີນທາງດ້ວຍຂະບວນລົດໄຟໂດຍສານຂ້າມຊາດຕາມເສັ້ນທາງລົດໄຟຈີນ-ລາວໄດ້ຮັບຄວາມນິຍົມຊົມຊອບຫຼາຍຈາກນັກທ່ອງທ່ຽວຈີນແລະຕ່າງປະເທດ.

ເດືອນມັງກອນຜ່ານມານີ້, ເສັ້ນທາງລົດໄຟຈີນ-ລາວໄດ້ຂົນສົ່ງໂດຍສານເຖິງ1.860.000ເທື່ອຄົນ, ໃນນັ້ນ, ຜູ້ໂດຍສານຂ້າມຊາດມີ23.000ເທື່ອຄົນ ຖືວ່າໄດ້ເພີ່ມຂຶ້ນຢ່າງຊັດເຈນ. ນັບຕັ້ງແຕ່ຂະບວນລົດໄຟໂດຍສານຂ້າມຊາດຕາມເສັ້ນທາງລົດໄຟຈີນ-ລາວເປີດບໍລິການເມື່ອວັນທີ13ເມສາ2023ເປັນຕົ້ນມາ, ນັບລວມແລ້ວໄດ້ຂົນສົ່ງໂດຍສານຂ້າມຊາດຈຳນວນ130.000ຄົນຈາກ83ປະເທດແລະເຂດແຄວ້ນ. ຂະນະທີ່ການຂົນສົ່ງສິນຄ້າຕາມເສັ້ນທາງລົດໄຟຈີນ-ລາວໄດ້ປາກົດມີທ່ວງທ່າເຕີບໂຕຂຶ້ນ, ນັບແຕ່ຕົ້ນປີນີ້ມາໄດ້ຂົນສົ່ງສິນຄ້າບັນລຸເຖິງ2.010.000 ໂຕນ, ໃນນັ້ນ, ສິນຄ້າຂ້າມຊາດ 550.000 ໂຕນ ເພີ່ມຂຶ້ນ 29,7% ຖືວ່າໄດ້ເພີ່ມຂຶ້ນຢ່າງເດັ່ນຊັດເມື່ອທຽບໃສ່ໄລຍະດຽວກັນຂອງປີ2023.



ນັບມາຮອດວັນທີ7ກຸມພານີ້, ນັບຕັ້ງແຕ່ເສັ້ນທາງລົດໄຟຈີນ-ລາວເປີດບໍລິການເປັນຕົ້ນມາ, ໄດ້ຂົນສົ່ງໂດຍສານບັນລຸເຖິງ 27.870.000ເທື່ອຄົນ,  ຂົນສົ່ງສິນຄ້າ 32.560.000 ໂຕນ, ໃນນັ້ນ, ຂົນສົ່ງສິນຄ້າຂ້າມຊາດບັນລຸຫຼາຍກວ່າ 7.310.000 ໂຕນ.