ເຜີຍແຜ່ຫຼຽນຂອງງານກິລາໂອລິມປິກແລະງານກິລາໂອລິມປິກຄົນພິການປາຣີຢ່າງເປັນທາງການ

2024-02-09 17:18:06 cri


ຈາກການໄຂງານກິລາໂອລິມປິກປາຣີຍັງບໍ່ຮອດເວລາ 6 ເດືອນ, ວັນທີ 8 ກຸມພານີ້, ຄະນະກຳມະການໂອລິມປິກປາຣີໄດ້ເຜີຍແຜ່ຫຼຽນຂອງງານກິລາໂອລິມປິກແລະງານກິລາໂອລິມປິກຄົນພິການຄັ້ງນີ້ຢ່າງເປັນທາງການ. ໃນແກນກາງຂອງຫຼຽນໄດ້ເສື່ອມວັດຖຸດິບກໍ່ສ້າງທີ່ເອົາມາຈາກທາດເອຟິວ ເຊິ່ງໄດ້ກາຍເປັນຈຸດເດັ່ນທີ່ສຸດໃນການອອກແບບຂອງຫຼຽນຄັ້ງນີ້.

ງານກິລາໂອລິມປິກປາຣີຈະຈັດຂຶ້ນໃນລະຫວ່າງວັນທີ 26 ກໍລະກົດຫາວັນທີ 11 ສິງຫາປີນີ້ ແລະ ງານກິລາໂອລິມປິກຄົນພິການຈະຈັດຂຶ້ນໃນລະຫວ່າງວັນທີ 28 ສິງຫາຫາວັນທີ 8 ກັນຍາປີ2024.