ນ້ຳ​ປົນ​ເປື້ອ​ນ​ລັງ​ສີ​ນິ​ເຄ​ລຍ​ຂອງ​ຟຸ​ຄຸ​ຊິ​ມະ​ໄດ້​​ພິ​ສູດຂໍ້​ສະຫຼຸບ 3 ຂໍ້​ອີກ​ເທື່ອ​ໜຶ່ງ

2024-02-09 11:46:55 cri

ເມື່ອບໍ່ດົນມານີ້, ບໍລິສັດພະລັງງານໄຟຟ້າໂຕກຽວຂອງຍີ່ປຸ່ນໄດ້ເກີດອຸບັດເຫດອີກເທື່ອໜຶ່ງ. ວັນທີ 8 ກຸມພານີ້, ບໍລິສັດດັ່ງກ່າວທີ່ເປັນວິສາຫະກິດພະລັງງານໄຟຟ້ານິວເຄລຍໃຫຍ່ທີ່ສຸດຂອງຍີ່ປຸ່ນໄດ້ແຈ້ງໃຫ້ຮູ້ວ່າ: ອຸບັດເຫດນ້ຳປົນເປຶ້ອນລັງສີນິວເຄລຍຮົ່ວໄຫຼ ຂອງໂຮງງານຜະລິດໄຟຟ້ານິວເຄລຍເລກ 1 ຟຸຄຸຊິມະທີ່ເກີດຂຶ້ນກ່ອນໜ້ານີ້ 1 ວັນ ອາດຈະແມ່ນຍ້ອນຄວາມຜິດພາດຂອງພະນັກງານ. ໃນເວລານັ້ນ, ພະນັກງານຄົນໜຶ່ງກຳລັງທຳຄວາມສະອາດຂອງອຸປະກອນບ່ອນໜຶ່ງ ແລ້ວພົບເຫັນໃນວາວ 16 ອັນທີ່ຄວນປິດໃນເວລາທຳຄວາມສະອາດນັ້ນ ມີ 10 ອັນແມ່ນຍັງຢູ່ໃນສະພາບໄຂ. ນີ້ໄດ້ເຮັດໃຫ້ນ້ຳປົນເປື້ອນລັງສີນິວເຄລຍຮົ່ວໄຫຼເຂົ້າສູ່ທໍ່ລະບາຍແກັສ ແລະ ປົນກັບນ້ຳປະປາ.

ນັບແຕ່ເກີດອຸບັດເຫດໂຮງງານຜະລິດໄຟຟ້ານິວເຄລຍຟຸຄຸຊິມະໃນປີ 2011 ເປັນຕົ້ນມາ, ບໍລິສັດພະລັງງານໄຟຟ້າໂຕກຽວຂອງຍີ່ປຸ່ນໄດ້ເກີດອຸບັດເຫດ ແລະ ວິກິດການປະເພດຕ່າງໆເລື້ອຍໆ, ແຕ່ບໍລິສັດດັ່ງກ່າວພັດປ່າວປະກາດວ່າການປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລເປັນເລື່ອງທີ່ມີ “ຄວາມປອດໄພ” ແລະ “ຢູ່ອາໄສໄດ້” ເຊິ່ງໄດ້ເຮັດໃຫ້ວົງການພາຍນອກມີຄວາມເຊື່ອໝັ້ນຫຼາຍກວ່າເກົ່າຕໍ່ຂໍ້ສະຫຼຸບ 3 ຂໍ້ ຄື:

ໜຶ່ງ, ບໍລິສັດພະລັງງານໄຟຟ້າໂຕກຽວບໍ່ສາມາດຮັບປະກັນຄວາມປອດໄພໃນການປ່ອຍນ້ຳປົນເປື້ອນລັງສີນິວເຄລຍ. ໂດຍຜ່ານອຸບັດເຫດເທື່ອແລ້ວເທື່ອອີກ, ພວກເຮົາໄດ້ຄົ້ນພົບວ່າ: ບໍລິສັດດັ່ງກ່າວມີຂໍ້ບົກຜ່ອງຢ່າງໃຫຍ່ຫຼວງໃນດ້ານຄວາມສາມາດບໍລິຫານຄວາມປອດໄພ ແລະ ຂັ້ນຕອນການບຳບັດນ້ຳປົນເປື້ອນລັງສີນິວເຄລຍ, ຍິ່ງຂາດຈິດໃຈສິນເຊື່ອ ແລະ ຄວາມຮັບຜິດຊອບທາງສັງຄົມໂດຍພື້ນຖານ.

ສອງ, ລັດຖະບານຍີ່ປຸ່ນຂາດການຕິດຕາມຄຸ້ມຄອງ. ນັກວິຊາການຍີ່ປຸ່ນຈຳນວນບໍ່ໜ້ອຍຊີ້ອອກວ່າ: ລັດຖະບານຍີ່ປຸ່ນ ແລະ ບໍລິສັດພະລັງງານໄຟຟ້າໂຕ

ກຽວມີສາຍພົວພັນທາງຜົນປະໂຫຍດຢ່າງສະຫຼັບຊັບຊ້ອນກັນ, ລັດຖະບານບໍ່ສາມາດເສີມຂະຫຍາຍບົດບາດຕິດຕາມຄຸ້ມຄອງຢ່າງແທ້ຈິງ.

  ສາມ, ປະຊາຄົມໂລກມີຄວາມຈຳເປັນໃນການຕິດຕາມຄຸ້ມຄອງຍີ່ປຸ່ນແກ້ໄຂບັນຫານ້ຳປົນເປື້ອນລັງສີນິວເຄລຍ. ໂດຍອາໄສແຕ່ລັດຖະບານຍີ່ປຸ່ນ ແລະ ບໍລິສັດພະລັງງານໄຟຟ້າໂຕກຽວ, ບໍ່ສາມາດຮັບປະກັນອຸປະກອນຕອງນ້ຳ ແລະ ອຸປະກອນປ່ອຍນ້ຳລົງສູ່ທະເລນັ້ນ ສາມາດດຳເນີນງານຢ່າງໝັ້ນທ່ຽງເປັນໄລຍະຍາວນານ. ປະຊາຄົມໂລກມີສາເຫດຢ່າງເຕັມທີ່ໃນການເຂົ້າຮ່ວມການຕິດຕາມຄຸ້ມຄອງທົ່ວຂະບວນການ, ຍີ່ປຸ່ນຄວນໃຫ້ການຮ່ວມມືຢ່າງຮອບດ້ານ.