ອາຟຼິກາໃຕ້ຈະຊຸກຍູ້ວຽກງານຕ່າງໆດ້ານການປະຕິຮູບແລະການພັດທະນາ

2024-02-10 15:23:42 CRI

ຫວ່າງມໍ່ໆມານີ້, ທ່ານມາຕາເມລາ ຊີຣິວ ຣາມາໂຟຊາ ປະທານາທິບໍດີອາຟຼິກາໃຕ້ກ່າວວ່າ: ອາຟຼິກາໃຕ້ຈະຊຸກຍູ້ວຽກງານຕ່າງໆດ້ານການປະຕິຮູບແລະການພັດທະນາ, ແລະຈະສືບຕໍ່ສຸມກຳລັງເຂົ້າໃນການເສີມຂະຫຍາຍບົດບາດທີ່ມີລັກສະນະສ້າງສັນໃນຂອບເຂດອາຟຼິກາແລະທົ່ວໂລກ.

 

ທ່ານກ່າວວ່າ: ໃນປີ 2024, ອາຟຼິກາໃຕ້ຈະສືບຕໍ່ດຳເນີນການປະຕິຮູບລະບົບໄຟຟ້າ, ສິ້ນສຸດສະພາບການທີ່ຈຳກັດການນຳໃຊ້ໄຟຟ້າແລະໄຟຂາດ; ປັບປຸງທ່າກຳປັ່ນແລະຕາໜ່າງທາງລົດໄຟໃຫ້ດີຂຶ້ນກວ່າເກົ່າ, ຍົກສູງປະສິດທິພາບຂອງລະບົບການຈໍລະຈອນຂົນສົ່ງສິນຄ້າ; ຍົກສູງຄຸນນະພາບແລະຂອບເຂດປົກຫຸ້ມຂອງການບໍລິການດ້ານການປິ່ນປົວ, ໂຈມຕີການສໍ້ລາດບັງຫຼວງແລະການກໍ່ອາຊະຍາກຳ; ສືບຕໍ່ປະຕິຮູບລະບອບການລົງວິຊ່າເພື່ອດຶງດູດຜູ້ມີຄວາມຮູ້ຄວາມສາມາດຕາມຄວາມຕ້ອງການໃນການພັດທະນາຂອງປະເທດຕົນ.

 

ທ່ານຣາມາໂຟຊາຍັງໄດ້ກ່າວເນັ້ນເຖິງການພັດທະນາສີຂຽວ. ທ່ານກ່າວວ່າ: ອາຟຼິກາໃຕ້ຈະສ້າງຕັ້ງກອງທຶນຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພ້ອມກັນນັ້ນຈະດຳເນີນການຫັນປ່ຽນຮູບແບບການນຳໃຊ້ພະລັງງານ, ຊຸກຍູ້ການລົງທຶນດ້ານພະລັງງານສີຂຽວ, ສະໜັບສະໜູນການພັດທະນາຂອງຂະແໜງການຜະລິດລົດໄຟຟ້າ.

 

ໃນຂົງເຂດການຕ່າງປະເທດ, ທ່ານຣາມາໂຟຊາກ່າວວ່າ: ອາຟຼິກາໃຕ້ຈະນຳໃຊ້

ກົນໄກ BRICS, ເຂດການຄ້າເສລີແຜ່ນດິນໃຫຍ່ອາຟຼິກາແລະອື່ນໆ, ສືບຕໍ່ສຸມກຳລັງເຂົ້າໃນການເສີມຂະຫຍາຍບົດບາດທີ່ມີລັກສະນະສ້າງສັນໃນຂອບເຂດອາຟຼິກາແລະທົ່ວໂລກ.