ບຸນກຸດຈີນເປັນຂອງຈີນ ກໍເປັນຂອງໂລກ

2024-02-11 13:20:36 CRI


ຫຼັງຈາກບຸນກຸດຈີນໄດ້ຮັບການກຳນົດເປັນວັນພັກຂອງອົງການສະຫະປະຊາຊາດແລ້ວ, ຢູ່ແຫ່ງຕ່າງໆຂອງໂລກໄດ້ມີບັນຍາກາດບຸນກຸດຈີນຢ່າງເຂັ້ມຂຸ້ນກວ່າເກົ່າ. ຈາກ “ບຸນປີໃໝ່ຂອງຈີນ” ກາຍເປັນ “ບຸນປີໃໝ່ຂອງໂລກ”, ບຸນກຸດຈີນປີມະໂລງປີນີ້ໄດ້ອຳນວຍແຮງຂັບເຄື່ອນ ແລະໂອກາດອັນໃໝ່ໃຫ້ແກ່ປະຊາຊົນທົ່ວໂລກໃນການເຂົ້າໃຈປະເທດຈີນ ກໍຄືວັດທະນະທຳຈີນ.


ບຸນກຸດຈີນເປັນບຸນປະເພນີເກົ່າແກ່ທີ່ສຸດ ແລະສຳຄັນທີ່ສຸດຂອງຈີນ. ບຸນກຸດຈີນໄດ້ຖືກຈັດໃຫ້ເປັນວັນພັກຂອງອົງການສະຫະປະຊາຊາດ, ສະແດງໃຫ້ເຫັນວ່າ ຈີນ ແລະ ວັດທະນະທຳຈີນໄດ້ຮັບຄວາມນິຍົມຊົມຊອບຫຼາຍຂຶ້ນຕື່ມອີກ. ທ່ານເດັນນິສ ຟຣານຊິສ ປະທານສະມັດຊາໃຫຍ່ອົງການສະຫະປະຊາຊາດສະໄໝທີ 78 ເຫັນວ່າ, ນີ້ສັນຍະລັກທີ່ສ່ອງແສງໃຫ້ເຫັນເຖິງບົດບາດສຳຄັນຂອງຈີນໃນລະບົບອົງການສະຫະປະຊາຊາດ ແລະ ລັດທິຫຼາຍຝ່າຍ, ກໍສະແດງໃຫ້ເຫັນວ່າ ປະຊາຊົນຈີນຍິນດີແບ່ງປັນວັດທະນະທຳຂອງຕົນກັບທົ່ວໂລກ.



ໂດຍຜ່ານການສຳຜັດກັບກິດຈະກຳບຸນກຸດຈີນຕ່າງໆ, ປະຊາຊົນທົ່ວໂລກໄດ້ຮັບຮູ້ ແລະ ເຂົ້າໃຈປະເທດຈີນຕື່ມອີກ, ເຂົ້າໃຈວ່າ ວັດທະນະທຳຈີນມີລັກສະນະເປີດກວ້າງ ແລະ ກວມລວມ, ກໍມີລັກສະນະປະດິດສ້າງໃໝ່. ປະເທດຈີນທີ່ເປີດປະຕູສູ່ພາຍນອກ ແລະ ໂອບເອື້ອອາລີພວມຊຸກຍູ້ຄວາມທັນສະໄໝແບບຈີນຢ່າງບໍ່ຢຸດຢັ້ງ, ເພື່ອປະກອບສ່ວນ ແລະ ສ້າງໂອກາດໃຫ້ແກ່ຄວາມໝັ້ນຄົງຮ່ວມກັນ ແລະ ການພັດທະນາພ້ອມກັນຂອງບັນດາປະເທດ.