ການປະທະກັນລະຫວ່າງປາແລັດສະຕິນແລະອິດສະຣາແອນຮອບນີ້ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 28.000 ຄົນຢູ່ເຂດກາຊາ

2024-02-11 15:14:56 CRI

 

ວັນທີ 10 ກຸມພານີ້, ພາກສ່ວນສາທາລະນະສຸກຢູ່ເຂດກາຊາໄດ້ເຜີຍແຜ່ຕົວເລກສະແດງໃຫ້ເຫັນວ່າ: ນັບແຕ່ໄດ້ເກີດການປະທະກັນລະຫວ່າງປາແລັດສະຕິນແລະອິດສະຣາແອນຮອບໃໝ່ເປັນຕົ້ນມາ, ການເຄື່ອນໄຫວທາງການທະຫານຂອງອິດສະຣາແອນໄດ້ເຮັດໃຫ້ຊາວປາແລັດສະຕິນຢູ່ເຂດກາຊາເສຍຊີວິດ 28.064 ຄົນ, ແລະມີຜູ້ບາດເຈັບ 67.611 ຄົນ. ໃນ 24ຊົ່ວໂມງທີ່ຜ່ານມາ, ການໂຈມຕີຕໍ່ເຂດກາຊາຈາກທະຫານອິດສະຣາແອນໄດ້ເຮັດໃຫ້ມີຜູ້ເສຍຊີວິດ 117 ຄົນແລະຜູ້ບາດເຈັບ152 ຄົນ.