ສະພາແຫ່ງຊາດອີຣັກໄດ້ຈັດກອງປະຊຸມເພື່ອພິຈາລະນາການໂຈມຕີທີ່ລ່ວງລ້ຳອະທິປະໄຕຂອງອີຣັກ

2024-02-11 14:05:26 cri

ວັນທີ 10 ກຸມພານີ້, ພາຍໃຕ້ການເປັນປະທານຂອງທ່ານໂມເຊນ ອານ ມັນດາລາວີ ຮອງປະທານຜູ້ທີໜຶ່ງ, ຜູ້ວ່າການແທນປະທານຂອງສະພາແຫ່ງຊາດອີຣັກ, ສະພາແຫ່ງຊາດອີຣັກໄດ້ຈັດກອງປະຊຸມເພື່ອພິຈາລະນາການໂຈມຕີທີ່ລ່ວງລ້ຳອະທິປະໄຕຂອງອີຣັກເມື່ອບໍ່ດົນມານີ້.

 

ໃນກອງປະຊຸມດັ່ງກ່າວໄດ້ປະກາດຖະແຫຼງການສະບັບໜຶ່ງໂດຍກ່າວປະນາມລັດຖະບານອາເມຣິກາທີ່ໄດ້ລ່ວງລ້ຳຜືນແຜ່ນດິນຂອງອີຣັກຢ່າງບັງອາດ, ດຳເນີນການໂຈມຕີຕໍ່ອາຄານຂອງອົງການລັດຖະບານອີຣັກ ແລະຜູ້ບັນຊາການຂັ້ນສູງອີຣັກ, ບໍ່ເອົາຫົວຊານຳອະທິປະໄຕຂອງອີຣັກ. ຖະແຫຼງການໄດ້ເນັ້ນໜັກວ່າ: ການເຄື່ອນໄຫວ “ລອບສັງຫານ” ພາຍໃນແດນອີຣັກໄດ້ເປີດເຜີຍວ່າ ກອງທັບອາເມຣິກາໄດ້ປິດບັງເຈຕະນາທີ່ແທ້ຈິງຂອງເຂົາດ້ວຍຂໍ້ອ້າງທີ່ຊ່ວຍເຫຼືອລັດຖະບານອີຣັກຕ້ານການກໍ່ການຮ້າຍ, ພາຍໃຕ້ເງື່ອນໄຂເບື້ອງຕົ້ນທີ່ຝ່າຍອາເມຣິກາໄດ້ໃຫ້ຄຳໝັ້ນສັນຍາຕໍ່ອີຣັກວ່າຈະເຄົາລົບອະທິປະໄຕຂອງອີຣັກ, ແຕ່ຍັງດຳເນີນການເຄື່ອນໄຫວຮຸກຮານຕໍ່ອີຣັກ, ເຊິ່ງໄດ້ສ້າງໄພຂົ່ມຂູ່ຕໍ່ຄວາມປອດໄພຂອງປະຊາຊົນອີຣັກ. ຖະແຫຼງການດັ່ງກ່າວລະບຸວ່າ: ມີຄວາມຈຳເປັນທີ່ຈະສັ່ງໃຫ້ທະຫານອາເມຣິກາຖອນອອກຈາກອີຣັກ.