ຈີນຈະສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການພັດທະນາເສດຖະກິດເອກະຊົນໃຫ້ດີຂຶ້ນ

2024-02-12 16:34:19 cri

ຄະນະກຳມະການພັດທະນາ ແລະປະຕິຮູບແຫ່ງຊາດຈີນລາຍງານໃຫ້ຮູ້ວ່າ: ຄະນະກຳມະການພັດທະນາ ແລະປະຕິຮູບແຫ່ງຊາດຈີນຈະຮ່ວມສຳພັນກັບພາກສ່ວນທີ່ກ່ຽວຂ້ອງນຳໃຊ້ມາດຕະການຕົວຈິງຫຼາຍກວ່າເກົ່າ, ສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການພັດທະນາເສດຖະກິດເອກະຊົນໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ, ແກ້ໄຂບັນຫາຫຍຸ້ງຍາກໃນການພັດທະນາຂອງວິສາຫະກິດເອກະຊົນຢ່າງແທ້ຈິງ, ຍົກສູງຄວາມໝັ້ນໃຈດ້ານການພັດທະນາຂອງວິສາຫະກິດເອກະຊົນ.

 

ທ່ານຢວນດາ ຮອງເລຂາທິການໃຫຍ່ ຫົວໜ້າກົມສັງລວມເສດຖະກິດແຫ່ງຊາດຂອງຄະນະກຳມະການພັດທະນາ ແລະປະຕິຮູບແຫ່ງຊາດຈີນໄດ້ແນະນຳເມື່ອບໍ່ດົນມານີ້ວ່າ: ຕ້ອງເລັ່ງລັດຂະບວນການສ້າງກົດໝາຍວ່າດ້ວຍການສົ່ງເສີມເສດຖະກິດເອກະຊົນ. ຂະນະດຽວກັນ, ຕ້ອງຊຸກຍູ້ການຈັດຕັ້ງປະຕິບັດນະໂຍບາຍດ້ານການພັດທະນາເສດຖະກິດເອກະຊົນ. ປັບປຸງກົນໄກປ່ອຍຂໍ້ມູນຂ່າວສານໃຫ້ແກ່ວິສາຫະກິດເອກະຊົນ, ເພີ່ມທະວີການໂຄສະນາໂຄງການຕ່າງໆ, ລະດົມ ແລະດຶງດູດທຶນເອກະຊົນຫຼາຍກວ່າເກົ່າເຂົ້າຮ່ວມການກໍ່ສ້າງໂຄງການສຳຄັນລະດັບຊາດ ແລະໂຄງການແກ້ໄຂຈຸດອ່ອນ.

 

ທ່ານຍັງກ່າວຕື່ມວ່າ: ຕ້ອງປັບປຸງກົນໄກການແລກປ່ຽນເປັນປະຈຳຫຼາຍລະດັບກັບວິສາຫະກິດເອກະຊົນໃຫ້ສົມບູນຂຶ້ນ, ສ້າງຄວາມສະດວກໃຫ້ແກ່ການແລກປ່ຽນລະຫວ່າງລັດຖະບານ ແລະວິສາຫະກິດ. ພະຍາຍາມກຳກັບບັນຫາທີ່ຈຳກັດການພັດທະນາຂອງເສດຖະກິດເອກະຊົນຢ່າງທັນການຈາກກໍລະນີສ່ວນບຸກຄົນ ແລະດ້ານລວມ.