ໂຄສົກກອງຕຳຫຼວດປ້ອງກັນຝັ່ງທະເລຈີນບັນລະຍາຍຫຼັກໝັ້ນຂອງຈີນກ່ຽວກັບຟີລິບປິນລ່ວງເຂົ້າເກາະຮວງຢຽນຢ່າງຜິດກົດໝາຍ

2024-02-12 14:42:28 cri

ທ່ານກ່ານຢວີ ໂຄສົກກອງຕຳຫຼວດປ້ອງກັນຝັ່ງທະເລຈີນກ່າວວ່າ: ນັບແຕ່ວັນທີ 2 ຫາ 9 ກຸມພານີ້, ກຳປັ່ນປ້ອງກັນຝັ່ງທະເລຟີລິບປິນລະຫັດ 9701 ໄດ້ລ່ວງເຂົ້າໄປໃນນ່ານທະເລໃກ້ກັບເກາະຮວງຢຽນຈີນຢ່າງຜິດກົດໝາຍຫຼາຍຄັ້ງ. ພາຍໃຕ້ກໍລະນີທີ່ກ່າວເຕືອນບໍ່ໄດ້ຮັບຜົນ, ກອງຕຳຫຼວດປ້ອງກັນຝັ່ງທະເລຈີນໄດ້ນຳໃຊ້ມາດຕະການທີ່ຄວບຄຸມເສັ້ນທາງການເດີນເຮືອ ແລະຂັບໄລ່ກຳປັ່ນຟີລິບປິນຕາມກົດໝາຍ, ການປະຕິບັດໜ້າທີ່ເປັນແບບວິຊາການ ແລະເປັນລະປຽບແບບແຜນ. ຈີນມີອະທິປະໄຕທີ່ບໍ່ສາມາດໂຕ້ຖຽງກັນໄດ້ຕໍ່ເກາະຮວງຢຽນ ແລະເຂດທະເລອ້ອມຂ້າງ. ກອງຕຳຫຼວດປ້ອງກັນຝັ່ງທະເລຈີນໄດ້ດຳເນີນການເຄື່ອນໄຫວປົກປັກຮັກສາອະທິປະໄຕ ແລະປະຕິບັດກົດໝາຍຢູ່ນ່ານທະເລຂອງຈີນຕາມກົດໝາຍຢ່າງສະເໝີຕົ້ນສະເໝີປາຍ, ເດັດດ່ຽວປົກປ້ອງອະທິປະໄຕສິດ ແລະຜົນປະໂຫຍດທາງທະເລຂອງຊາດ.