ຫຼາຍປະເທດໄດ້ກ່າວປະນາມ ແລະສະແດງຄວາມເປັນຫ່ວງຕໍ່ແຜນການໂຈມຕີຣາຟາທີ່ອິດສະຣາແອນເປັນຜູ້ວາງອອກ

2024-02-13 15:09:25 cri

ວັນທີ 12 ກຸມພານີ້, ຫຼາຍປະເທດໄດ້ກ່າວປະນາມ ແລະສະແດງຄວາມເປັນຫ່ວງຕໍ່ອິດສະຣາແອນທີ່ມີແຜນຈະດຳເນີນການເຄື່ອນໄຫວທາງການທະຫານທາງບົກຢູ່ເມືອງຣາຟາເຂດກາຊາ, ຮຽກຮ້ອງໃຫ້ປະຊາຄົມໂລກນຳໃຊ້ມາດຕະການຫຼີກເວັ້ນບໍ່ໃຫ້ສະຖານະການຮຸກຮານຂຶ້ນຕື່ມອີກ.

 

ວັນທີ 12 ກຸມພານີ້, ກະຊວງການຕ່າງປະເທດປາກິດສະຖານໄດ້ຖະແຫຼງວ່າ: ປາກິດສະຖານກ່າວປະນາມຢ່າງຮຸນແຮງຕໍ່ການເຄື່ອນໄຫວທາງການທະຫານຂອງອິດສະຣາແອນຢູ່ຣາຟາ, ຮຽກຮ້ອງໃຫ້ປະຊາຄົມໂລກ ໂດຍສະເພາະແມ່ນສະພາຄວາມໝັ້ນຄົງອົງການສະຫະປະຊາຊາດປະຕິບັດມາດຕະການສຸກເສີນ.

 

ວັນທີ 12 ກຸມພານີ້, ໜັງສືພິມ “ເດີກາຕຽນ” ຂອງອັງກິດໄດ້ລາຍງານວ່າ: ໂຄສົກນາຍົກລັດຖະມົນຕີອັງກິດໄດ້ເປີດເຜີຍໃນມື້ດຽວກັນວ່າ ອັງກິດສະແດງຄວາມເປັນຫ່ວງທີ່ສຸດຕໍ່ການເຄື່ອນໄຫວທາງການທະຫານທາງບົກຂອງອິດສະຣາແອນຕໍ່ເມືອງຣາຟາ, ເມືອງຣາຟາມີຄວາມສຳຄັນທີ່ສຸດຕໍ່ການເຄື່ອນໄຫວຊ່ວຍເຫຼືອທາງມະນຸດສະທຳຢູ່ເຂດກາຊາ.

 

ວັນທີ 12 ກຸມພານີ້, ທ່ານມາກຣູດ ນາຍົກລັດຖະມົນຕີໂຮນລັງທີ່ກຳລັງຢ້ຽມຢາມອິດສະຣາແອນໄດ້ລົງບົດຄວາມຜ່ານທາງສື່ສັງຄົມອອນລາຍວ່າ: ຮຽກຮ້ອງໃຫ້ອິດສະຣາແອນຫຼຸດຄວາມແຮງການເຄື່ອນໄຫວທາງການທະຫານຢູ່ເຂດກາຊາໃຫ້ໜ້ອຍລົງຢ່າງຫຼວງຫຼາຍ ແລະກ່າວເຕືອນວ່າ ກອງທະຫານອິດສະຣາແອນດຳເນີນການເຄື່ອນໄຫວທາງການທະຫານທາງບົກຢູ່ເມືອງຣາຟາຈະສ້າງຜົນຮ້າຍຢ້ອນຫຼັງດ້ານມະນຸດສະທຳທີ່ຮ້າຍແຮງຄືໄພພິບັດ.