ໃນໄລຍະບຸນກຸດຈີນ ຄົນຈີນທີ່ໄປທ່ຽວກຳປູເຈຍມີທ່ວງທ່າເພີ່ມຂຶ້ນ

2024-02-13 15:42:01 CRI


ວັນທີ 12 ກຸມພານີ້, ກະຊວງການທ່ອງທ່ຽວກຳປູເຈຍໄດ້ເຜີຍແຜ່ບົດລາຍງານໂດຍລະບຸວ່າ, ໃນໄລຍະບຸນກຸດຈີນ, ກຳປູເຈຍໄດ້ຕ້ອນຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ 1 ລ້ານກວ່າເທື່ອຄົນ. ເຈົ້າໜ້າທີ່ກະຊວງການທ່ອງທ່ຽວກຳປູເຈຍກ່າວວ່າ, ໃນໄລຍະບຸນກຸດຈີນ, ຄົນຈີນທີ່ໄປທ່ອງທ່ຽວຢູ່ກຳປູເຈຍມີທ່ວງທ່າເພີ່ມຂຶ້ນ.