ລັດຖະມົນຕີກະຊວງການຕ່າງປະເທດຊີຣີກ່າວວ່າ: ຊີຣີກຽມພ້ອມແລ້ວທີ່ຈະດຳເນີນການສູ້ຮົບຮອບໃໝ່ກັບອິດສະຣາແອນ

2024-02-13 13:57:21 cri

ວັນທີ 11 ກຸມພານີ້, ທ່ານໂຮແຊນ ອະເມຍ ອັບດຸນລະຮຽນ ລັດຖະມົນຕີກະຊວງການຕ່າງປະເທດອີຣານໄດ້ໄປຢ້ຽມຢາມນະຄອນຫຼວງດາມັສກັດຂອງຊີຣີ ແລະພົບປະກັບທ່ານບາຊາ ອັນ ອາຊັດ ປະທານາທິບໍດີຊີຣີ ແລະທ່ານຟາຍໂຊ ເມັກດັດ ລັດຖະມົນຕີກະຊວງການຕ່າງປະເທດຊີຣີ. ໃນໄລຍະການພົບປະ, ທ່ານອັບດຸນລະຮຽນກັບທ່ານບາຊາໄດ້ເປິກສາຫາລືກ່ຽວກັບການປະທະກັນຢູ່ເຂດກາຊາ ແລະບັນຫາອື່ນໆ, ແລະກ່າວເນັ້ນວ່າອິດສະຣາແອນຕ້ອງຍຸດຕິການເຄື່ອນໄຫວທາງການທະຫານຢູ່ເຂດກາຊາ.

 

ໃນການພົບປະດັ່ງກ່າວ, ທ່ານບາຊາ ປະທານາທິບໍດີຊີຣີກ່າວວ່າ: ໃນການປະທະກັນລະຫວ່າງປາແລັດສະຕິນ ແລະອິດສະຣາແອນຮອບນີ້ ອາເມຣິກາໄດ້ສະໜອງອາວຸດໃຫ້ແກ່ອິດສະຣາແອນຢ່າງຕໍ່ເນື່ອງ ແລະກໍ່ການເຄື່ອນໄຫວທາງການທະຫານຢູ່ຫຼາຍແຫ່ງຂອງຕາເວັນອອກກາງ ເຊິ່ງຈະເປີດກວ້າງການປະທະກັນຢູ່ໃນພາກພື້ນ.

 

ທ່ານເມັກດັດ ລັດຖະມົນຕີກະຊວງການຕ່າງປະເທດຊີຣີກ່າວໃນກອງປະຊຸມຖະແຫຼງຂ່າວວ່າ: ອິດສະຣາແອນ, ອາເມຣິກາ ແລະຕູຣາເຄຍໄດ້ຍຶດຄອງດິນແດນສ່ວນໜຶ່ງຂອງຊີຣີແມ່ນຜິດກົດໝາຍ. ທ່ານກ່າວເນັ້ນວ່າ: ຊີຣີ “ກຽມພອມແລ້ວທີ່ຈະປົດປ່ອຍດິນແດນຂອງຕົນ”.