ສະຫະພາບເອີຣົບຈະໃຊ້ກຳໄລທີ່ເກີດຈາກຊັບສິນຂອງທະນາຄານກາງຣັດເຊຍທີ່ຖືກອາຍັດໄປຊ່ວຍເຫຼືອອູແກຣນ

2024-02-13 11:02:56 cri



      ວັນທີ 12 ກຸມພານີ້ຕາມເວລາທ້ອງຖິ່ນ, ສະພາມົນຕີສະຫະພາບເອີຣົບໄດ້ຜ່ານມະຕິຕົກລົງໂດຍຮຽກຮ້ອງໃຫ້ອົງການການເງິນທີ່ຖືຊັບສິນຂອງທະນາຄານກາງຣັດເຊຍຫຼາຍກວ່າ 1 ລ້ານເງິນເອີໂຣຈຳເປັນຕ້ອງຄິດໄລ່ເງິນທຶນສ່ວນເຫຼືອທີ່ເກີດຂຶ້ນຍ້ອນການລົງໂທດຈາກສະຫະພາບເອີຣົບ,ພ້ອມທັງຄິດໄລ່ລາຍຮັບທີ່ສົມຄູ່ກັນອີກດ້ວຍ. ນອກນີ້,ບໍ່ໃຫ້ອົງການການເງິນເຫຼົ່ານີ້ຈັດສັນກຳໄລທີ່ເກີດຂຶ້ນຕາມມາເຫຼົ່ານີ້.

      ຂ່າວແຈ້ງວ່າ: ຫຼັງຈາກປະຕິບັດມາດຕະການດັ່ງກ່າວແລ້ວ, ສະຫະພາບເອີຣົບສາມາດໃຊ້ກຳໄລທີ່ເກີດຈາກຊັບສິນຂອງທະນາຄານກາງຣັດເຊຍທີ່ຖືກອາຍັດນັ້ນໄປຊ່ວຍເຫຼືອອູແກຣນ. ວັນທີ 6 ກຸມພານີ້, ສະພາມົນຕີສະຫະພາບເອີຣົບແລະສະພາເອີຣົບໄດ້ບັນລຸການເຊັນສັນຍາຊົ່ວຄາວກ່ຽວກັບເລື່ອງນີ້.

      ຫຼັງຈາກເກີດການປະທະກັນຣັດເຊຍ-ອູແກຣນແລ້ວ, ການສຳຮອງເງິນຕາຕ່າງປະເທດທີ່ມີມູນຄ່າປະມານ 300 ຕື້ໂດລາທີ່ທະນາຄານກາງຣັດເຊຍຝາກໄວ້ຢູ່ອາເມຣິກາແລະເອີຣົບນັ້ນໄດ້ຖືກອາຍັດ.