ຜູ້ໂດຍສານທາງລົດໄຟລາວຈີນເພີ່ມຂຶ້ນຫຼາຍ ພາກສ່ວນທາງລົດໄຟເພີ່ມທີ່ນັ່ງເພື່ອຕອບສະໜອງຄວາມຕ້ອງການຂອງນັກທ່ອງທ່ຽວ

2024-02-13 13:28:21 CRI

 

ບຸນກຸດຈີນປີນີ້ແມ່ນວັນພັກບຸນກຸດຈີນທຳອິດນັບແຕ່ໄດ້ເປີດຂະບວນລົດໄຟຂົນສົ່ງຜູ້ໂດຍສານສາກົນຈີີນ-ລາວເປັນຕົ້ນມາ, ຄຽງຄູ່ກັບການເພີ່ມຂຶ້ນຂອງຜູ້ໂດຍສານ, ພາກສ່ວນທາງລົດໄຟໄດ້ປັບປຸງແຜນການຂົນສົ່ງຜູ້ໂດຍສານໃຫ້ດີຂຶ້ນຢ່າງທັນການ, ເພື່ອສ້າງຄວາມສະດວກໃຫ້ແກ່ການເດີນທາງຂອງນັກທ່ອງທ່ຽວ.

 

ນັບແຕ່ວັນທີ 13 ເມສາປີ 2023 ໄດ້ເປີດຂະບວນລົດໄຟໂດຍສານສາກົນຈີນ-ລາວເປັນຕົ້ນມາ, ພາກສ່ວນທາງລົດໄຟໄດ້ປັບປຸງແຜນການແລ່ນລົດໄຟຕາມຄວາມຕ້ອງການຕົວຈິງ, ເວລາຜ່ານດ່ານເຂົ້າອອກເມືອງຂອງຂະບວນລົດໄຟໂດຍສານສາກົນຈີນ-ລາວໄດ້ຫຼຸດຈາກ 3 ຊົ່ວໂມງໃນເມື່ອກ່ອນເປັນ 2 ຊົ່ວໂມງ, ເວລາຂອງການຂີ່ລົດໄຟຕະຫຼອດທາງໄດ້ຫຼຸດລົງຮອດປະມານ 9 ຊົ່ວໂມງເຄິ່ງ, ເຊິ່ງໄດ້ສ້າງຄວາມສະດວກຫຼາຍກວ່າເກົ່າໃຫ້ແກ່ການເດີນທາງໄປມາຂອງນັກທ່ອງທ່ຽວລາວແລະຈີນ. ໃນເດືອນມັງກອນປີ 2024 ຜ່ານມານີ້, ທາງລົດໄຟລາວຈີນໄດ້ຂົນສົ່ງຜູ້ໂດຍສານ 1.860.000 ເທື່ອຄົນ, ໃນນັ້ນມີຜູ້ໂດຍສານຂ້າມຊາຍແດນ 23.000 ເທື່ອຄົນ, ໄດ້ເພີ່ມຂຶ້ນຢ່າງເດັ່ນຊັດ.