ທ່ານວະລາດີເມຍ ປູຕິນກ່າວວ່າ: ຈັງຫວະເຕີບໂຕດ້ານເສດຖະກິດຂອງຣັດເຊຍໃນປີ 2023 ໄວກວ່າການຄາດໝາຍ

2024-02-13 13:29:21 CRI

 

ເວັບໄຊປະທານາທິບໍດີຂອງຣັດເຊຍແຈ້ງຂ່າວໃນວັນທີ 12 ກຸມພານີ້ວ່າ: ທ່ານວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍໄດ້ກ່າວໃນເວລາຈັດກອງປະຊຸມກ່ຽວກັບບັນຫາເສດຖະກິດຜ່ານທາງອອນລາຍໃນມື້ດຽວກັນວ່າ: ລວມຍອດຜະລິດຕະພັນພາຍໃນປະເທດຫຼື GDP ຂອງຣັດເຊຍໃນປີ 2023 ເພີ່ມຂຶ້ນ 3,6%, ສູງກວ່າການຄາດໝາຍທີ່ກຳນົດໄວ້.

 

ທ່ານວະລາດີເມຍ ປູຕິນກ່າວວ່າ: ອີງຕາມຕົວເລກຫຼ້າສຸດ, ອັດຕາການເຕີບໂຕດ້ານເສດຖະກິດຂອງຣັດເຊຍໃນປີ 2023 ສູງກວ່າລະດັບສະເລ່ຍຂອງໂລກ. ອົງການກອງທຶນເງິນຕາສາກົນຫຼື IMF ຄາດຄະເນກ່ອນນີ້ວ່າ: ຈັງຫວະເຕີບໂຕດ້ານເສດຖະກິດຂອງໂລກໃນປີ 2023 ແມ່ນ 3%.

 

ໃນເດືອນທັນວາປີ 2023, ທ່ານວະລາດີເມຍ ປູຕິນໄດ້ກ່າວໃນເວລາສະຫຼຸບກ່ຽວກັບສະພາບການພັດທະນາດ້ານເສດຖະກິດຂອງຣັດເຊຍໃນກິດຈະກຳ “ການສະຫຼຸດປະຈຳປີ” ວ່າ: ໃນປີ 2023 ຄາດຄະເນວ່າ GDP ຂອງຣັດເຊຍຈະເພີ່ມຂຶ້ນ 3,5%.

 

ໃນປີ 2022 GDP ຂອງຣັດເຊຍໄດ້ຫຼຸດລົງ 2,1%. ຕາມການຄາດຄະເນຂອງກະຊວງພັດທະນາເສດຖະກິດຂອງຣັດເຊຍ, ໃນປີ 2024 GDP ຂອງຣັດເຊຍຈະເພີ່ມຂຶ້ນ 2,3%.