ຄວາມສ່ຽງທີ່ເກີດການແພ່ລະບາດຂອງພະຍາດອະຫິວາໃນໂລກຮັກສາໃນລະດັບສູງ

2024-02-13 10:31:22 CRI


ວັນທີ 12 ກຸມພານີ້, ບົດລາຍງານສະບັບໜຶ່ງຂອງອົງການອະນາໄມໂລກຢືນຢັນວ່າ: ນັບແຕ່ເຂົ້າສູ່ປີ 2024 ເປັນຕົ້ນມາ, ຄວາມສ່ຽງທີ່ເກີດ ການແພ່ລະບາດຂອງພະຍາດອະຫິວາໃນໂລກສືບຕໍ່ຮັກສາໃນລະດັບສູງ. ພຽງແຕ່ເດືອນມັງກອນປີ 2024, 17 ປະເທດຢູ່ທະວີບອາຟຣິກາ, ພາກຕາເວັນອອກຂອງທະເລເມດີແຕຣາເນ, ທະວີບອາເມຣິກາ, ແລະ ພາກພື້ນອາຊີຕາເວັນອອກສຽງໃຕ້ໄດ້ລາຍງານຜູ້ເປັນພະຍາດອະຫິວາ 40,900 ກໍລະນີ, ແລະ ມີຜູ້ເສຍຊີວິດ 775 ຄົນ.


ໃນບົດລາຍງານດັ່ງກ່າວ, ອົງການອະນາໄມໂລກຊີ້ອອກວ່າ, ວຽກງານຮັບມືກັບພະຍາດອະຫິວາຂອງໂລກສືບຕໍ່ຖືກຜົນກະທົບຈາກການຂາດເຂີນວັກຊິນຕ້ານອະຫິວາສຳລັບກິນຢ່າງໜັກໜ່ວງ.