ອົງການພະລັງງານສາກົນປະກາດສ້າງຕັ້ງສູນການຮ່ວມມືພາກພື້ນຢູ່ສິງກະໂປ

2024-02-14 14:49:30 cri

ວັນທີ 13 ກຸມພານີ້, ຢູ່ສຳນັກງານໃຫຍ່ຂອງຕົນທີ່ນະຄອນຫຼວງປາຣີ, ອົງການພະລັງງານສາກົນໄດ້ປະກາດສ້າງຕັ້ງສູນການຮ່ວມມືພາກພື້ນຢູ່ສິງກະໂປ ແລະ ກຽມຈະເລີ່ມເປີດນຳໃຊ້ໃນຫົກເດືອນທ້າຍປີນີ້.


ນີ້ແມ່ນອົງການດັ່ງກ່າວສ້າງຕັ້ງສຳນັກງານແຫ່ງທຳອິດ ນອກຈາກສຳນັກງານໃຫຍ່ນະຄອນຫຼວງປາຣີ ເຊິ່ງມີຈຸດປະສົງເພີ່ມທະວີການຮ່ວມມືກັບບັນດາປະເທດໃນພາກພື້ນອາຊີຕາເວັນອອກສຽງໃຕ້ ໃນດ້ານຄວາມໝັ້ນຄົງດ້ານພະລັງງານ ແລະ ເລັ່ງຂະບວນການຫັນມານຳໃຊ້ພະລັງງານທີ່ສະອາດ.


ທ່ານຟາຕີ ຊີໂຣນ ຜູ້ອຳນວຍການໃຫຍ່ອົງການພະລັງງານສາກົນໄດ້ປະກາດຂ່າວດັ່ງກ່າວ ໃນກອງປະຊຸມລະດັບລັດຖະມົນຕີໃນການລະນຶກອົງການຕົນສ້າງຕັ້ງຂຶ້ນຄົບຮອບ 50 ປີ. ສູນການຮ່ວມມືພາກພື້ນທີ່ຕັ້ງຢູ່ສິງກະໂປຈະເປັນສູນການເຄື່ອນໄຫວຂອງອົງການພະລັງງານສາກົນໃນພາກພື້ນອາຊີຕາເວັນອອກສຽງໃຕ້ ແລະ ພາກພື້ນອື່ນໆ ໂດຍສຸມໃສ່ການນຳໃຊ້ເຕັກນິກພະລັງງານໝູນວຽນ ແລະ ພະລັງງານສະອາດອື່ນໆ, ເພີ່ມທະວີການຄ້າພະລັງງານໄຟຟ້າຂ້າມຊາດ, ປັບປຸງຊ່ອງທາງລະດົມທຶນໃນການລົງທຶນດ້ານພະລັງງານທີ່ສະອາດໃຫ້ດີຂຶ້ນ ພ້ອມທັງໃຫ້ການຊີ້ນຳດ້ານນະໂຍບາຍ, ການສະໜັບສະໜູນດ້ານເຕັກນິກ ແລະ ການເຝິກອົບຮົມເປັນຕົ້ນ.