ຈີນຮຽກຮ້ອງໃຫ້ຮັບປະກັນຄວາມທົນທານຕໍ່ດິນຟ້າອາກາດ ແລະ ຄວາມປອດໄພດ້ານສະບຽງອາຫານຂອງປະເທດພວມພັດທະນາຢ່າງແທ້ຈິງ

2024-02-14 16:35:49 cri


ໂດຍຕາມຄຳຮຽກຮ້ອງຂອງກຸຍຢານ, ປະເທດປະທານສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ, ວັນທີ 13 ກຸມພານີ້ຕາມເວລາທ້ອງຖິ່ນ, ສະພາຄວາມ ໝັ້ນຄົງອົງການສະຫະປະຊາຊາດໄດ້ຈັດກອງປະຊຸມໂຕ້ວາທີຂັ້ນສູງຢ່າງເປີດເຜີຍ ພາຍໃຕ້ຫົວຂໍ້ "ດິນຟ້າອາກາດ, ຄວາມປອດໄພດ້ານສະບຽງອາຫານ ກັບ ການປະທະກັນ". ຜູ້ຕາງໜ້າຖາວອນຂອງຈີນປະຈຳອົງການສະຫະປະຊາຊາດ ໄດ້ຮຽກຮ້ອງໃຫ້ເລັ່ງລັດຫຼຸດຜ່ອນຄວາມຫຼຸດໂຕນກັນດ້ານການພັດທະນາລະຫວ່າງເໜືອໃຕ້, ຮັບປະກັນຄວາມທົນທານຕໍ່ດິນຟ້າອາກາດ ແລະ ຄວາມປອດໄພ ດ້ານສະບຽງອາຫານຂອງປະເທດພວມພັດທະນາຢ່າງແທ້ຈິງ.


ທ່ານຈ່າງຈູ່ນ ຜູ້ຕາງໜ້າຖາວອນຂອງຈີນປະຈຳອົງການສະຫະປະຊາຊາດ ກ່າວວ່າ: ການປ່ຽນແປງຂອງດິນຟ້າອາກາດໄດ້ກ່ຽວພັນເຖິງການຢູ່ລອດ ແລະ ການພັດທະນາຂອງມວນມະນຸດ, ຈີນສະໜັບສະໜູນປະຊາຄົມໂລກດຳເນີນ ການເຄື່ອນໄຫວຢ່າງແຂງແຮງ ເພື່ອຮັບມືກັບສິ່ງທ້າທາຍທີ່ເກີດຂຶ້ນຈາກ ການປ່ຽນແປງຂອງດິນຟ້າອາກາດຢ່າງມີປະສິດທິຜົນ. ປັດຈຸບັນ, ສະພາບອາກາດ ທີ່ຮ້າຍແຮງໄດ້ເກີດຂຶ້ນນັບມື້ນັບຫຼາຍ ແລະ ສົ່ງຜົນກະທົບຕໍ່ການຜະລິດສະບຽງ ອາຫານໃນທົ່ວໂລກ. ໃນນັ້ນ, ບັນດາປະເທດກຳລັງພັດທະນາໄດ້ຮັບ ຜົນກະທົບຢ່າງໜັກໜ່ວງ, ບໍ່ຄວນເບິ່ງຂ້າມຜົນກະທົບທາງລົບດັ່ງກ່າວ. ຈີນຮຽກຮ້ອງໃຫ້ປະເທດທີ່ພັດທະນາແລ້ວ ຈົ່ງສະໜອງສະບຽງອາຫານ ແລະ ເງິນທຶນຫຼາຍກວ່າເກົ່າໃຫ້ແກ່ປະເທດພວມພັດທະນາທີ່ມີຄວາມຕ້ອງການ ໂດຍບໍ່ວາງເງື່ອນໄຂໃດໆດ້ານການເມືອງ. ພຽງແຕ່ຜ່ານການພັດທະນາຮ່ວມກັນ ເທົ່ານັ້ນ ຈຶ່ງສາມາດແກ້ໄຂບັນຫາໄດ້ໂດຍພື້ນຖານ.