ອິນໂດເນເຊຍເລີ່ມການປ່ອນບັດເລືອກຕັ້ງທົ່ວໄປປີ 2024

2024-02-14 16:24:11 cri

ເວລາ 5 ໂມງເຊົ້າຂອງວັນທີ 14 ກຸມພານີ້ຕາມເວລາວຽງຈັນ, ອິນໂດເນເຊຍໄດ້ເລີ່ມການປ່ອນບັດເລືອກຕັ້ງທົ່ວໄປປີ 2024, ຄາດວ່າຈະມີປະຊາກອນຜູ້ມີສິດອອກສຽງເລືອກຕັ້ງລົງທະບຽນປະມານ 204 ລ້ານຄົນໄປປ່ອນບັດຢູ່ສະຖານີທີ່ປ່ອນບັດຈຳນວນ 820.000 ກວ່າແຫ່ງໃນທົ່ວປະເທດ ເພື່ອເລືອກຕັ້ງປະທານາທິບໍດີ, ຮອງປະທານາທິບໍດີ, ສະມາຊິກສະພາແຫ່ງຊາດ, ສະຊິກສະພາມົນຕີຕົວແທນທ້ອງຖິ່ນ ແລະ ສະມາຊິກສະພາທ້ອງຖິ່ນຊຸດໃໝ່.


ການເລືອກຕັ້ງທົ່ວໄປຂອງອິນໂດເນເຊຍແມ່ນ 5 ປີດຈັດຂຶ້ນເທື່ອໜຶ່ງ, ຜູ້ສະໝັກຮັບເລືອກຕັ້ງເປັນປະທານາທິບໍດີ ແລະ ຮອງປະທານາທິບໍດີເຂົ້າຮ່ວມການເລືອກຕັ້ງເປັນຄູ່ກັນ.