ເຈົ້າໜ້າທີ່ຂັ້ນສູງສະຫະພາບເອີຣົບຮຽກຮ້ອງໃຫ້ອາເມຣິກາຕໍາໜິອິດສະຣາແອນຢ່າໃຫ້ຢຸດຢູ່ນຳຄຳເວົ້າ

2024-02-15 12:15:38 cri

ກ່ອນໜ້ານີ້ບໍ່ດົນ, ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາໄດ້ຕອບຄໍາຖາມນັກຂ່າວກ່ຽວກັບສະຖານະການປາແລັດສະຕິນ-ອິດສະຣາແອນ ໂດຍໄດ້ຕໍາໜິການເຄື່ອນໄຫວທາງການທະຫານຂອງອິດສະຣາແອນຢູ່ເຂດກາຊາແມ່ນຮຸນແຮງເກີນໄປ. ນີ້ແມ່ນການກ່າວຕໍາໜິຢ່າງຮ້າຍແຮງທີ່ສຸດຂອງທ່ານໂຈ ໄບເດັນທີ່ມີຕໍ່ອິດສະຣາແອນ ພາຍຫຼັງເກີດການປະທະກັນລະຫວ່າງປາແລັດສະຕິນ-ອິດສະຣາແອນຮອບນີ້ເປັນຕົ້ນມາ.


ຕໍ່ກັບເລື່ອງນີ້, ທ່ານໂຈເຊັບ ໂບເຣນ ໂຟນເຕນເລັສ ຜູ້ຕາງໜ້າຂັ້ນສູງດ້ານນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງສະຫະພາບເອີຣົບກ່າວໃນວັນທີ 12 ກຸມພານີ້ວ່າ: ຖ້າວ່າທ່ານໂຈ ໄບເດັນເຫັນວ່າການເຄື່ອນໄຫວທາງການທະຫານຂອງກອງທັບອິດສະຣາແອນແມ່ນຮຸນແຮງເກີນໄປ, ອາເມຣິກາຄວນຫຼຸດການຊ່ວຍເຫຼືອຕໍ່ອິດສະຣາແອນ. ທ່ານຍັງກ່າວຕື່ມອີກວ່າ: ການກ່າວຕໍາໜິອິິດສະຣາແອນຂອງອາເມຣິກາບໍ່ຄວນຢຸດຢູ່ນຳຄຳເວົ້າເທົ່ານັ້ນ.


ສ່ວນໃນກອງປະຊຸມຖະແຫຼງຂ່າວຂອງທໍານຽບຂາວອາເມຣິກາທີ່ຈັດຂຶ້ນໃນມື້ດຽວກັນ, ທໍານຽບຂາວພັດໄດ້ກ່າວວ່າ ຈະສືບຕໍ່ສະໜັບສະໜູນອິດສະຣາແອນ ເພື່ອຮັບປະກັນກໍາລັງສູ້ຮົບຂອງອິດສະຣາແອນ.