ຈີນກ່າວເນັ້ນວ່າປະເທດໃດໆກໍບໍ່ຄວນບິດເບືອນ ແລະ ນຳໃຊ້ກົດໝາຍສາກົນ ແລະ ມະຕິຂອງສະພາຄວາມໝັ້ນຄົງ ສປຊ ຢ່າງຊະຊາຍ ເພື່ອສ້າງສະຖານະການອັນເຄັ່ງຕຶງຢູ່ທະເລແດງ

2024-02-15 12:16:45 cri

ວັນທີ 14 ກຸມພານີ້ຕາມເວລາທ້ອງຖິ່ນ, ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດໄດ້ຈັດກອງປະຊຸມກ່ຽວກັບສະຖານະການຢູ່ເຢເມນ.


ທ່ານຈ່າງຈຸ່ນ ຜູ້ຕາງໜ້າຖາວອນຂອງຈີນປະຈຳອົງການສະຫະປະຊາຊາດກ່າວວ່າ: ຈີນຮຽກຮ້ອງໃຫ້ກຸ່ມປະກອບອາວຸດຮູທີຢຸດຕິການຫຼອນໂຈມຕີຕໍ່ກຳປັ່ນການຄ້າ. ພ້ອມກັນນັ້ນ, ທ່ານຈ່າງຈຸ່ນຍັງກ່າວເນັ້ນວ່າ: ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດບໍ່ເຄີຍມອບສິດໃຫ້ປະເທດໃດໆໃຊ້ກຳລັງອາວຸດຕໍ່ເຢເມນ; ບໍ່ວ່າປະເທດໃດໆກໍຕາມ ກໍບໍ່ຄວນບິດເບືອນ ແລະ ນຳໃຊ້ກົດໝາຍສາກົນ ແລະ ມະຕິຂອງສະພາຄວາມໝັ້ນຄົງ ສປຊ ຢ່າງຊະຊາຍ ເພື່ອສ້າງສະຖານະການອັນເຄັ່ງຕຶງຢູ່ທະເລແດງ.


ຝ່າຍຈີນຊີ້ອອກວ່າ: ເຢເມນຍັງຄົງແມ່ນໜຶ່ງໃນປະເທດທີ່ມີວິກິດການດ້ານມະນຸດສະທຳທີ່ຮ້າຍແຮງທີ່ສຸດໃນໂລກ. ປັດຈຸບັນ, ປະຊາຊົນທ້ອງຖິ່ນຍັງມີຄວາມຕ້ອງການພື້ນຖານທີ່ຮີບດ່ວນທີ່ສຸດຕໍ່ທັນຍາຫານ, ນ້ຳກິນ ແລະ ດ້ານການແພດ. ຈີນເອົາໃຈໃສ່ຢ່າງສູງຕໍ່ສະພາບການດ້ານມະນຸດສະທຳທີ່ອ່ອນແອຂອງເຢເມນ ໂດຍຮຽກຮ້ອງໃຫ້ປະຊາຄົມໂລກເພີ່ມທະວີການຊ່ວຍເຫຼືອດ້ານມະນຸດສະທຳແລະການພັດທະນາແກ່ເຢເມນ ເພື່ອຊ່ວຍປັບປຸງສະພາບການດ້ານມະນຸດສະທຳຂອງທ້ອງຖິ່ນນັ້ນໃຫ້ດີຂຶ້ນຢ່າງແທ້ຈິງ.