ກຸ່ມນາໂຕຈັດກອງປະຊຸມລັດຖະມົນຕີປ້ອງກັນປະເທດ ເພື່ອປຶກສາຫາລືກ່ຽວກັບການໃຊ້ຈ່າຍດ້ານການປ້ອງກັນປະເທດ

2024-02-15 14:52:34 cri


ແຕ່ວັນທີ 14 ຫາ 15 ກຸມພານີ້ຕາມເວລາທ້ອງຖິ່ນ, ບັນດາປະເທດສະມາຊິກ ກຸ່ມນາໂຕໄດ້ຈັດກອງປະຊຸມລັດຖະມົນຕີປ້ອງກັນປະເທດຢູ່ນະຄອນຫຼວງບຣຸກແຊນຂອງແບນຊິກ. ຄາດວ່າໃນກອງປະຊຸມທີ່ດຳເນີນເປັນເວລາ 2 ວັນຄັ້ງນີ້, ບັນດາປະເທດສະມາຊິກກຸ່ມນາໂຕ ຈະດຳເນີນການປຶກສາຫາລືກ່ຽວກັບຄວາມຂັດແຍ້ງກັນດ້ານການເພີ່ມທະວີການໃຊ້ຈ່າຍໃນດ້ານການປ້ອງກັນປະເທດ ແລະ ບັນຫາການສະໜັບສະໜູນອູແກຣນ. ໃນວັນທີ 14 ກຸມພາ ເຊິ່ງກ່ອນຈະຈັດກອງປະຊຸມ, ທ່ານເຈັນສ ສະໂຕນເຕນເບິກ ເລຂາທິການໃຫຍ່ກຸ່ມນາໂຕກ່າວໃນກອງປະຊຸມຂ່າວວ່າ: ປີນີ້, ຄາດວ່າລາຍຈ່າຍດ້ານການປ້ອງກັນປະເທດຂອງ 18 ປະເທດສະມາຊິກກຸ່ມນາໂຕຈະບັນລຸມາດຕະຖານທີ່ກຸ່ມນາໂຕກຳນົດໄວ້ ຄື ກວມ 2% ຂອງ GDP ປີນີ້, ງົບປະມານດ້ານການປ້ອງກັນປະເທດຂອງບັນດາປະເທດສະມາຊິກກຸ່ມນາໂຕທີ່ເປັນປະເທດເອີຣົບ ຈະບັນລຸ 380 ຕື້ໂດລາສະຫະລັດ.


ນັກວິເຄາະຊີ້ອອກວ່າ, ກຸ່ມນາໂຕຍົກສູງມາດຕະຖານການໃຊ້ຈ່າຍດ້ານການປ້ອງກັນປະເທດ ແລະ ສືບຕໍ່ເພີ່ມທະວີການສະໜັບສະໜູນໃຫ້ແກ່ອູແກຣນ ບໍ່ພຽງແຕ່ຈະເຮັດໃຫ້ສະພາບການປະທະກັນລະຫວ່າງຣັດເຊຍ-ອູແກຣນຮຸນແຮງຂຶ້ນຕື່ມເທົ່ານັ້ນ, ຫາກຍັງຈະສ້າງຜົນກະທົບ ແລະ ຜົນເສຍຫາຍໃຫ້ແກ່ສະພາບຄວາມໝັ້ນຄົງຂອງເອີຣົບຢ່າງຮ້າຍແຮງອີກດ້ວຍ.