ປະທານາທິບໍດີອາເມຣິກາ ແລະ ນາຍົກລັດຖະມົນຕີອິດສະຣາແອນປຶກສາຫາລືກ່ຽວກັບສະຖານະການຢູ່ເຂດກາຊາ ແລະ ບັນຫາອື່ນໆໂດຍຜ່ານທາງໂທລະສັບ

2024-02-16 15:28:18 cri

ວັນທີ 15 ກຸມພານີ້ຕາມເວລາທ້ອງຖິ່ນ, ທຳນຽບຂາວອາເມຣິກາໄດ້ຖະແຫຼງວ່າ: ທ່ານໂຈ ໄບເດັນ ປະທານາທິບໍດີອາເມລິກາ ໄດ້ໂທລະສັບສົນທະນາກັບທ່ານເບັນຈາມິນ ເນທັນຢາຮູ ນາຍົກລັດຖະມົນຕີອິດສະຣາແອນ.


ຖະແຫຼງການຊີ້ລະບຸວ່າ: ສອງຝ່າຍໄດ້ປຶກສາຫາລືກ່ຽວກັບການເຈລະຈາການປ່ອຍຕົວຜູ້ຖືກກັກຂັງທີ່ຍັງດຳເນີນຢູ່ລະຫວ່າງປາແລັດສະຕິນ ແລະ ອິດສະຣາແອນ, ສະຖານະການຢູ່ເຂດກາຊາ, ການຊ່ວຍເຫຼືອດ້ານມະນຸດສະທຳ ແລະ ບັນຫາອື່ນໆ.