ເຮືອຂອງຟີລິບປິນລ່ວງເຂົ້າເຂດທະເລໃກ້ເກາະຮວງແຢນຢ່າງຜິດກົດໝາຍ ແລະ ຖືກຕຳຫຼວດທະເລຈີນຂັບໄລ່ອອກໄປຕາມກົດໝຍ

2024-02-16 12:28:15 cri

ໂຄສົກກອງຕຳຫຼວດປ້ອງກັນຊາຍຝັ່ງທະເລຈີນກ່າວວ່າ: ວັນທີ 15 ກຸມພານີ້, ເຮືອ 3005 ຂອງສຳນັກງານການປະມົງ ແລະ ຊັບພະຍາກອນສິນໃນນ້ຳຟີລິບປິນ ໄດ້ລ່ວງເຂົ້າເຂດທະເລໃກ້ເກາະຮວງແຢນຂອງຈີນຢ່າງຜິດກົດໝາຍ. ພາຍໃຕ້ສະພາບການທີ່ກ່າວເຕືອນຫຼາຍເທື່ອກໍບໍ່ໄດ້ຜົນແລ້ວ, ເຈົ້າໜ້າທີ່ຕຳຫຼວດທະເລຂອງຈີນໄດ້ຄວບຄຸມເສັ້ນທາງເດີນເຮືອ ແລະ ຂັບໄລ່ເຮືອຂອງຟີລິບປິນອອກໄປຕາມກົດໝາຍ ເຊິ່ງເປັນມາດຕະການທີ່ເປັນລະບຽບແບບແຜນ ແລະ ເປັນມືອາຊີບ. ຈີນມີອະທິປະໄຕເໜືອເກາະຮວງແຢນ ແລະ ເຂດທະເລໃກ້ຄຽງທີ່ບໍ່ສາມາດໂຕ້ຖຽງໄດ້. ເຈົ້າໜ້າທີ່ຕຳຫຼວດຈີນໄດ້ປົກປ້ອງສິດຜົນປະໂຫຍດ ແລະ ປະຕິບັດກົດໝາຍຢູ່ເຂດທະເລທີ່ຈີນຄອບຄອງຕາມກົດໝາຍມາໂດຍຕະຫຼອດ ເພື່ອປົກປັກຮັກສາອະທິປະໄຕແຫ່ງຊາດ ແລະ ສິດຜົນປະໂຫຍດທາງທະເລຂອງຕົນຢ່າງເດັດດ່ຽວ.